ອາເມລິກາໂຈະການປະຕິບັດບັນດາມາດຕະການລົງໂທດໃໝ່ແນໃສ່ອີຣານ

ອາເມລິກາໂຈະການປະຕິບັດບັນດາມາດຕະການລົງໂທດໃໝ່ແນໃສ່ອີຣານ - ảnh 1
(ພາບ​ປະ​ກອບ)

(vovworld) –​ ອາ​ເມ​ລິ​ກາ ຕົກ​ລົງ​ໂຈະ​ການ​ປະ​ຕິ​ບັດບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ແນ​ໃສ່​ອີ​ຣານ ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ລູກ​ສອນ​ໄຟ​ນຳ​ວິ​ຖີຂອງ​ປະ​ເທດນີ້ິ. ວັນ​ທີ 31/12, ໜັງ​ສື​ພິມ “Wall Street Journal” ໄດ້​ຄັດ​ຄຳ​ເວົ້າ​ຂອງ​​ວົງ​ການ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ໃຫ້​ຮູ້​ວ່າ, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ໄດ້​ສ້າງ​ບັນ​ຊີ​ລາຍ​ຊື່ບັນ​ດາ​ມາດ​ຕະ​ການ​ ແລະ ເປົ້າ​ໝາຍ​ຖືກ​ລົງ​ໂທດສຳ​ເລັດ​ແລ້ວ, ແຕ່​ວ່າ ໃນ​ຈຸດ​ເວ​ລາ​ປະ​ຕິ​ບັດ​ຖືກ​ໂຈະ​ໄວ້. ຖ້າ​ຫາກ​ມີ​ຜົນ​ສັກ​ສິດ, ນີ້​ຈະ​ແມ່ນ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ທຳ​ອິດ​ຂອງ​ອາ​ເມ​ລິ​ກາ ສຳ​ລັບ​ອີ​ຣານ, ນັ​ບ​ແຕ່​ເມື່ອ​ເຕ​ເຣ​ຣານ ລົງ​ນາມ​ໃນ​ຂ​ໍ້​ຕົກ​ລົງ​ກັບ​ກຸ່ມ P5+1 (ລວມ​ມີ​ອັງ​ກິດ, ຝ​ລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ເມື່ອ​ເດືອນ 07 ຜ່ານ​ມາ.

      ໃນ​ທັນ​ທີ, ວັນ​ທີ 31/12, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ Jaber Ansari ໄດ້​ກ່າວ​ເຕືອນ​ວ່າ, ອີ​ຣານ ຈະ​ໂຕ້​ຕອບ​ຕໍ່ບໍ່​ວ່າ​ການ​ກະ​ທຳ​ລົງ​ໂທດ​​ໃໝ່ໃດໆ ກໍ​ຄື​ບັນ​ດາ​ມາດ​ຕະ​ການ​ກີດ​ຂວາງ​ຂອງ​ອາ​ເມ​ລິ​ກາ ສຳ​ລັບ​ໂຄງ​ການ​ລູກ​ສອນ​ໄຟ​ປ້ອງ​ກັນ​ຂອງ​ອີ​ຣານ.

ຂ່າວ/ບົດ​ອື່ນ