ອາເມລິກາໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຊຽນເພື່ອຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ

ອາເມລິກາໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຊຽນເພື່ອຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Ashton Carter
(ພາບ: TTXVN)

(vovworld) - ວັນ​ທີ  30/09 ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Ashton Carter ​​​ໄດ້​ເປັນ​ປະທານກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບໍ່​ເປັນ​ທາງ​ການ​ລະຫວ່າງ ອາ​ເມລິ​ກາ - ອາ​ຊຽນ ຢູ່ Hawaii, ປຶກສາ​ຫາລື​ກ່ຽວ​ກັບ​ບັນ​ດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ ​ແລະ ຢືນຢັນ​ຄືນ​ໃໝ່​ຍຸດ​ທະ​ສາດ “ຫັນປ່ຽນ” ຂອງ ອາ​ເມ​ລິ​ກາ ​ໄປ​ສູ່ ອາຊີ - ປາຊີ​ຟິກ ຍັງ​ຄົງໄດ້​ຮັບ​ການສືບຕໍ່​ໃນ​ອາຍຸ​ການ​ຂອງ​ປະທານາທິບໍດີ ຄົນ​ໃໝ່. ກ່າວ​ຄຳ​ເຫັນ​ຕໍ່​ຄູ່​ຕຳ​ແໜ່​ງ ອາ​ຊຽນ, ທ່ານ​ Carter ຖະ​ແຫຼ​ງວ່າ ຍຸດ​ທະ​ສາດສ້າງ​ຄວາມ​ດຸ່ນດ່ຽງ​ຄືນ​ໃໝ່ຫັນປ່ຽນໄປ​ສູ່ ອາຊີ - ປາຊີ​ຟິກ ​ແມ່ນເສົ້າຄ້ຳ​​ໃນນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ທ່ານ​ປະທານາທິບໍດີ Barack Obama, ຕາມ​ນັ້ນ​ແລ້ວ ວໍ​ຊິງ​ຕັນ ຫັນປ່ຽນ​ຈຸດ​ສູ​ມນະ​ໂຍບາຍ​ຈາ​ກພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ໄປ​ສູ່ ອາຊີ - ປາຊີ​ຟິກ. ຕາມ​ທ່ານ Carter ​ແລ້ວ ອາ​ເມ​ລິ​ກາ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຈະ​​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ລວມຂອງ​ພາກ​ພື້ນ. ນອກ​ນັ້ນ ຕາມ​ທ່ານ Carter ​ແລ້ວ, ໜຶ່ງ​ໃນ​ບັນດາ​ສິ່ງ​ທ້າ​ທາ​ຍຕົ້ນຕໍ​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ ຈີນ ຢຸ່ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ