ອາເມລິກາໜູນຊ່ວຍກອບກູ້ຊີວິດຕົວປະກັນ70ຄົນເຊິ່ງຈະຖືກISປະຫານຊີວິດໃນໄວໆນີ້

ອາເມລິກາໜູນຊ່ວຍກອບກູ້ຊີວິດຕົວປະກັນ70ຄົນເຊິ່ງຈະຖືກISປະຫານຊີວິດໃນໄວໆນີ້ - ảnh 1
(ພາບປະກອບ: IBTimes)

(vovworld) – ວັນ​ທີ 22/10, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ທະຫານປະຕິບັດ​ງານ​ພິ​ເສດ​ປະ​ເທດ​ນີ້, ກຳລັງ​ຊາວ Kurd ຢູ​່ອີ​ຮັກ ​ໄດ້​ປະຕິບັດ​ບັ້ນກອບ​ກູ້​ຊີວິດ​ຕົວ​ປະກັນ 70 ຄົນ ​ເຊິ່ງຖື​ກກຸ່ມ​ລັດ​ອິດສລາມ IS ອ້າງ​ຊື່​​ເອງ ຈັບ​ຕົວກັກ​ຂັງ ​ແລະ ກະກຽມປະຫານ​ຊີວິດ​ສຳ​ເລັດ​ຜົນ. ​ໂຄສົກ​ທຳນຽບ 5 ​ແຈ​ Peter Cook ​ໃຫ້​ຮູ​​້ວ່າ, ບັ້ນ​ກອບ​ກູ້​ຊີວິດ​ຕົວ​ປະກັນດັ່ງກ່າວ ຖືກ​ດຳ​ເນີນ​ໄປ ພາຍຫຼັງ​ມີ​ຂໍ້​ມູນ​ຂ່າວທີ່​ວ່າ, ບັນດາ​ຕົວ​ປະກັນ​ຖືກ​ຈັບ​ຕົວ​ກັກ​ຂັງໃກ້​ຈະ​ຖືກ​ປະຫານ​ຊີວິດ​ລວມໝູ່. ທ່ານ Peter Cook ​ແຈ້ງວ່າ, “ມີ​ຕົວ​ປະກັນປະມານ 70 ຄົນ​ໄດ້ຮັບ​ການ​ກອບ​ກູ້​ຊີ​ວິດ”, ​ໃນ​ນັ້ນ​ມີ​ສະມາຊິກ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີຣັກ 20 ຄົນ. ນາຍ​ພົນ Lloyd Austin, ຜູ້​ບັນຊາ​ການ​ບັນດາກຳລັງທະຫານ​ອາ​ເມ​ລິ​ກາ ຢູ່​​ເຂດ​ຕາ​ເວັນ​ອອກ​ກາງ ​ໄດ້​ພັນ​ລະນາ​ວ່າ, ບັ້ນ​ຮົບ​ນີ້​ແມ່ນ “ສັນ​ສົນ​​ແຕ່ບັນລຸສຳ​ເລັດ​ຜົນທີ່​ສຸດ”.

ຂ່າວ/ບົດ​ອື່ນ