ອາແຊັກໄບຢານຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບ,ການຮ່ວມມືທີ່ເປັນມູນເຊື້ອກັບຫວຽດນາມ

ອາແຊັກໄບຢານຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບ,ການຮ່ວມມືທີ່ເປັນມູນເຊື້ອກັບຫວຽດນາມ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ ຕ້ອນຮັບ​​ທ່ານ ມູບາຣິດ ກູ​ເຣີບານ​ລຶວ
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 09/12, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ການ​ເລຂາ​ທິການສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ “ອາ​ແຊັກ​ໄບຢານ ​ໃໝ່” ​ໂດຍ​ທ່ານ ມູບາຣິດ ກູ​ເຣີບານ​ລຶວ, ຮອງ​ເລຂາ​ບໍລິຫານ​ພັກ “ອາ​ແຊັກ​ໄບຢານ ​ໃໝ່”, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ງານ​ບັນດາ​ອົງການ​ສາສະໜາ​ຂອງ ອາ​ແຊັກ​ໄບຢານ ນຳ​ໜ້າທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ ​ເລ​ຮົ່ງ​ແອ​ງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ປະ​ເທດ​ເພື່ອນ​ມິດ​ຕ່າງໆ ​ໃນ​ນັ້ນ​ມີປະຊາຊົນ ອາ​ແຊັກ​ໄບຢານ, ການ​ຢ້ຽມຢາມ​ຂອງ​ຄະນະ​ ​ແມ່ນ​ໂອກາດ​ທີ່ດີ ​ເພື່ອ​ໃຫ້ 2 ພັກ​ກຳ​ອຳນາດ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ເຊິ່ງກັນ ​ແລະ ກັນ ​ໃນ​ວຽກ​ງານ​ສ້າງ​ພັກ ​ແລະ ຄຸ້ມຄອງ​ປະ​ເທດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນລະຫວ່າງ 2 ພັກ, 2 ປະ​ເທດ​​ໃຫ້​ກັນເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ. ທ່ານ ມູບາຣິດ ກູ​ເຣີບານ​ລຶວ ຢືນຢັນ​ວ່າ: ອາ​ແຊັກ​ໄບຢານ ຍາມ​ໃດ​ກໍ​ສະໜັບສະໜູນ ຫວຽດນາມ, ຖື​ເປັນ​ສຳຄັນການ​ພັດທະ​ນາ ສາຍພົວພັນ​ມິດຕະພາບ, ການຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ ຫວຽດນາມ; ຖື ຫວຽດນາມ ​ເປັນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ອາ​ແຊັກ​ໄບຢານ ຢູ່ ອາຊີ​ຕາວັນ​ອອກ​ສ່ຽງ​ໃຕ້.

        ​ແລະ​ໃນ​ຕອນ​ບ່າຍຂອງ​ວັນ​ດຽວ​ກັນ, ຢູ່ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ “ອາ​ແຊັກ​ໄບຢານ ​ໃໝ່”. ກ່ອນ​ໜ້າ​ນັ້ນ, ທີ່​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບິງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເປັນ​ຫົວໜ້າ​ຄະນະ, 2 ຝ່າຍ​ຢືນຢັນ​ຈະ ສື​ບຕໍ່​ຮັກສາ​ການ​ພົບ​ປະ​, ແລກປ່ຽນຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ໃນ​ໄລຍະ​ຈະ​ມາ​ເຖິງ ​​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ລະຫວ່າງ 2 ພັກ​ກຳ​ອຳນາດ​ຢູູ່ 2 ປະ​ເທດ, ສ້າງ​ພື້ນຖານດ້ານ​ການ​ເມືອງ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ ​ເພື່ອ​ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ