ອຳນາດການປົກຄອງ ປາແລດສຕິນ ຊຸກຍູ້ ການສ້າງຕັ້ງລັດ

ອຳນາດການປົກຄອງ ປາແລດສຕິນ ຊຸກຍູ້ ການສ້າງຕັ້ງລັດ - ảnh 1
(ພາບປະກອບ)

(vovworld) – ທ່ານ​ປະທານ​ນາ​ທິບໍດີ​ອຳນາດ​ການ​ປົກຄອງ​ປາ​ແລດ​ສຕິນ Mahmoud Abbas ​ແລະ ຂະ​ບວນການ ອິດສລາມ​ປະກອບ​ອາວຸດ​ຮາ​ມາດ ພວມ​ຄວບ​ຄຸມ​ເຂດ​ກາຊາ, ​ໄດ້​ເຫັນ​ດີ​ປຶກສາ​ຫາລື​ແຜນການ​ເຊິ່ງລວມມີ 3 ​ໄລຍະ ​ເພື່ອ​ເປີດ​ຊ່ອງທາງ​ໃຫ້ການ​ສ້າງ​ຕັ້ງ​ລັດ​ປາ​ແລດ​ສຕິນ ​ໃນ​ອະ​ນາ​ຄົດ. ຕາມ​​ແຜນ​ການ, ອາ​ເມ​ລິ​ກາ ມີ​ເວລາ 4 ​ເດືອນ ​ເພື່ອ​ຂີດ​ເສັ້ນ​ຊາຍ​ແດນ​ໃຫ້​ລັດ​ປາ​ແລດ​ສຕິນ ​ໃນ​ອະນາຄົດ, ກໍ່​ຄື​ເກ້ັຍກ່ອມ​ການຮັບ​ຮູ້​ຂອງ​ອິດສຣາ​ແອນ. ຖ້າ​ຫາກ 2 ຂັ້ນ​ຕອນ​ທຳ​ອິດ​ບັນລຸ​ຜົນສຳ​ເລັດ, ບັນດາ​ຝ່າຍ ຈະ​ດຳ​ເນີນການ​ເຈລະຈາ​ໂດຍ​ໄວ ​ເພື່ອ​ວາງ​ອ​ອກທິດ​ທາງ​ລະອຽດ, ​ໃນ​ນັ້ນ ອຳນາດ​ການ​ປົກຄອງ​ແທນ​ອາ​ວີ​ບ ຈະ​ຕ້ອງ​ປະກາດ​ເສັ້ນ​ຊາຍ​ແດນ​ຈະ​ແຈ້ງຂອງ​ອິດສຣາ​ແອນ. ​ແຕ່​ວ່າ, ຖ້າ​ຫາກ​ແຜນການ​ນີ້​ປະລາ​ໄຊ, ປາ​ແລດ​ສຕິນ ພ້ອມ​ກັບ​ບັນດາ​ປະ​ເທດ ອາຣັບ ຈະ​ຮຽກ​ຮ້ອງ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ບັງຄັບ​ໃຫ້​ອິດສຣາ​ແອນ ມອບ​​ໂອນຄືນ​ເຂດ​ດິນ​ແດນ​ຖືກຢຶດຄອງຢູ່​ເຂດ​ຟັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນໃຫ້​ຊາວປາ​ແລດ​ສຕິນ.

ຂ່າວ/ບົດ​ອື່ນ