ອຳນາດການປົກຄອງຊີຣີ ປະຕິເສດຂ່າວຂະບວນລົດອາລັກຂາປະທານາທິບໍດີ Assad ຖືກບຸກໂຈມຕີ

ອຳນາດການປົກຄອງຊີຣີ ປະຕິເສດຂ່າວຂະບວນລົດອາລັກຂາປະທານາທິບໍດີ Assad ຖືກບຸກໂຈມຕີ - ảnh 1
     ປະທານາທິບໍດີ Bashar al- Assad ໃນພິທີສວດມົນພາວະນາ
(ພາບ: AP)

Vovworld- ວັນ​ທີ 8/8, ອຳ​ນາ​ການ​ປົກຄອງ ຊີຣີ ​ໄດ້​ປະຕິ​ເສດ​ຂໍ້​ມູນ​ຂ່າວ​ໂດຍ​ຝ່າຍ​ຄ້ານ ​ແລະ ບາງ​ສຳນັກ​ຂ່າວສານ​ໄດ້​ຍົກ​ອອກ​ກ່ຽວ​ກັບກໍລະນີ​ບຸກ​ໂຈ​ມຕີທີ່​ແນ​ໃສ່​ຂະ​ບວນລົດ​ອາລັກຂາ​ປະທານາທິບໍດີ Bashar al- Assad ຂະນະ​ທີ່​ທ່ານ​ພວມ​ນຳໜ້າ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ສວດ​ມົນ​ພາວະນາ​ຢູ່​ໂບດ​ແຫ່ງ​ໜຶ່ງ​​ໃນ​ນະ​ຄອນ ຫຼວງ Damacus ​ເນື່ອງ​ໃນ​ໂອກາດ​ງານ​ບຸນ Eid al – Fir ຂອງ​ຊາວ​ມຸດສະ​ລິ​ມ. ກ່າວ​ຄຳ​ເຫັນ​ທາງ​ໂທລະພາບ​ແຫ່ງ​ລັດ, ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ຊີຣີ Omran al- Zohbi ຢືນຢັນ​ວ່າ “ ບັນດາ​ຂໍ້​ມູນ​ຂ່າວ​ດັ່ງກ່າວ​ແມ່ນ​ຜິດພາດ​ຢ່າງ​ສິ້ນ​ເຊິ່ງ, ປະທານາທິບໍດີ​ໄດ້​ຂັບ​ລົດ​ເອງ​ໄປ​ຮ່ວມ ພິທີ​ສວດ​ມົນ​ພາວະນາ... ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ເປັນ​ປົກກະຕິ ” . ບັນດາຮູບພາບ​ທີ່​ແຜ່​ພາບ​ທາງ​ໂທລະພາບ​ແຫ່ງ​ລັດ​ຊີຣີ ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີ Bashar al- Assad ຍັງ​ຄົງ​ເປັນ​ປົກກະຕິ ​ແລະ ພວມ​ພາວະນາ​ຢູ່​ໂບດ Anas Bin Malek ທີ່​ເມືອງ Malki .

ຂ່າວ/ບົດ​ອື່ນ