ອຳນາດການປົກຄອງປາແລສຕິນປະຕິຮູບຄະນະລັດຖະບານ

ອຳນາດການປົກຄອງປາແລສຕິນປະຕິຮູບຄະນະລັດຖະບານ - ảnh 1
ອຳນາດການປົກຄອງປາແລສຕິນປະຕິຮູບຄະນະລັດຖະບານ
(ພາບປະກອບ: AFP/TTXVN)


(vovworld) - ວັນ​ທີ 30/7, ອຳນາດ​ການ​ປົກຄອງ ​ປາ​ແລ​ສຕິນ (PA) ຂອງ​ປະທານາທິບໍດີ Mahmoud Abbas ຖະ​ແຫຼ​ງດຳ​ເນີນ​ການ​ປະຕິ​ຮູບ​ຄະນະ​ລັດຖະບານ​ສ່ວນ​ໜຶ່ງ. ຕາມ​ນັ້ນ​ແລ້ວ, ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ຕິດ​ຕໍ່​ພົວພັນ Sabri Saydam ຈະ​ກາຍ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ, ທ່ານ Samih al-Abed ​ໄດ້​ຮັບ​ແຕ່​ງຕັ້ງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ຂົນ​ສົ່ງ, ທ່ານ Sufoan Sultan ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ, ທ່ານ Abeer Odeh ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ, ສ່ວນລັດຖະມົນຕີ​ວ່າການ​ 19 ກະຊວງອື່ນ​ຍັງ​ຄົງ​ຮັກສາ​ໄວ້​ຄື​ເກົ່າ. ບັນດາ​ລັດຖະມົນຕີຄົນ​ໃໝ່​​ໄດ້​ດຳ​ເນີນ​ພິທີ​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 31/7 ຢູ່​ທຳນຽບປະທານາທິບໍດີ ທີ່ Ramallah.

ຂ່າວ/ບົດ​ອື່ນ