ອຽກລັງ ກະກຽມໃຫ້ກໍລະນີບັນຫາ Brexit ບໍ່ບັນລຸໄດ້ຂໍ້ຕົກລົງ

(VOVWORLD) -ອຽກລັງ ມີຄວາມຫວັງວ່່າ ສະພາແຫ່ງຊາດ ອັງກິດ ອາດຈະຮັບຮອງເອົາຂໍ້ຕົກລົງ Brexit  ໃນ 2 – 3 ອາທິດ ຈະມາເຖິງ
ອຽກລັງ ກະກຽມໃຫ້ກໍລະນີບັນຫາ Brexit ບໍ່ບັນລຸໄດ້ຂໍ້ຕົກລົງ - ảnh 1ທ່ານນາຍົກລັດຖະມົນຕີ ອຽກລັງ Leo Varadkar (ພາບ:THX/TTXVN) 

ລັດຖະບານສາທາລະນະລັດ ອຽກລັງ ພວມຕັ້ງໜ້າກະກຽມໃຫ້ແກ່ ກໍລະນີ ປະເທດອັງກິດ ຖອນຕົວອອກຈາກ ອີຢູ່ ໂດຍບໍ່ມີຂໍ້ຕົກລົງ, ເຖິງວ່າຝ່າຍ ອຽກລັງ ມີຄວາມຫວັງວ່່າ ສະພາແຫ່ງຊາດ ອັງກິດ ອາດຈະຮັບຮອງເອົາຂໍ້ຕົກລົງ Brexit  ໃນ 2 – 3 ອາທິດ ຈະມາເຖິງ. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ ຢູ່ເຢຍລະມັນ ໃນວັນທີ 4 ມັງກອນ, ທ່ານນາຍົກລັດຖະມົນຕີ ອຽກລັງ Leo Varadkar  ຖືວ່າ ຂໍ້ຕົກລົງ Brexit ເຊິ່ງລັດຖະບານ  28 ປະເທດ ອີຢູ່ (ໃນນັ້ນມີ ອັງກິດ) ບັນລຸໄດ້ນັ້ນ ເຖິງວ່າບໍ່ສົມບູນແບບກໍຕາມ ແຕ່ກໍ່ຍັງມີປະໂຫຍດສໍາລັບທຸກຝ່າຍ.

        ຄາດວ່າ ໃນທ້າຍເດືອນນີ້, ບັນດາສະມາຊິກສະພາແຫ່ງຊາດ ອັງກິດ ຈະປ່ອນບັດເພື່ອ ຕັດສິນຄວາມເຫັນດີຕໍ່ແຜນການຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຫຼື ປະຕິເສດຕໍ່ຂໍ້ຕົກລົງດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ