ຮັກສາຄວາມດູດດື່ມຂອງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໃນທ່າອ່ຽງນຳໃຊ້ອັດຕາພາສີອາກອນພື້ນຖານທົ່ວໂລກ

(VOVWORLD) - ຕາມຫຼັກການມາດຕະການສອງເສົາຄ້ຳເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບພາສີອາກອນເກີດຂຶ້ນໃນວິວັດການຫັນເປັນດີຈີຕອນຂອງພື້ນຖານເສດຖະກິດ
ຮັກສາຄວາມດູດດື່ມຂອງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໃນທ່າອ່ຽງນຳໃຊ້ອັດຕາພາສີອາກອນພື້ນຖານທົ່ວໂລກ - ảnh 1ລັດຖະມົນຕີກະຊວງການເງິນ ໂຮ່ດືກເຟີກ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: VOV)

 ຕອນເຊົ້າວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ກະຊວງການເງິນຈັດກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ: “ຫຼັກການພາສີອາກອນພື້ນຖານທົ່ວໂລກ: ບົດຮຽນໝູນໃຊ້ຂອງບັນດາປະເທດ, ຄາດຄະເນຜົນກະທົບ ແລະ ສະເໜີແນະມາດຕະການແກ້ໄຂໃຫ້ແກ່ ຫວຽດນາມ”.

        ຕາມຫຼັກການມາດຕະການສອງເສົາຄ້ຳເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບພາສີອາກອນເກີດຂຶ້ນໃນວິວັດການຫັນເປັນດີຈີຕອນຂອງພື້ນຖານເສດຖະກິດ, ເອີ້ນຫຍໍ້ວ່າແມ່ນຂໍ້ຕົກລົງພາສີອາກອນພື້ນຖານທົ່ວໂລກ, ເສົາຄ້ຳທີສອງ ໄດ້ວາງອັດຕາພາສີອາກອນ ວິສາຫະກິດ ພື້ນຖານທົ່ວໂລກ 15% ສຳລັບບັນດາບໍລິສັດນາໆຊາດ, ເພື່ອແນໃສ່ສະກັດກັ້ນບັນດາບໍລິສັດນີ້ສົ່ງຜົນກຳໄລໄປຍັງບັນດາປະເທດມີອັດຕາພາສີອາກອນຕ່ຳເພື່ອຫຼົບຫຼີກການເສຍພາສີ.

ຕອບກັບ

ຂ່າວ/ບົດ​ອື່ນ