ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ນະ​ໂຍ​ບາຍເງິນ​ຕາ ແລະ ປີ​ການ​ເງິນ

(VOVWORLD) - ຕາມທ່ານຮອງລັດຖະມົນຕີ ເຈິ່ນກວັກເຟືອງແລ້ວ, ຕ້ອງມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອທົດແທນໃຫ້ແກ່ໄຕມາດທີ 1.
ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ນະ​ໂຍ​ບາຍເງິນ​ຕາ ແລະ ປີ​ການ​ເງິນ - ảnh 1ການຖະແຫຼງຂ່າວລັດຖະບານປະຈຳເດືອນມີນາ (ພາບ: VGP)

ຢູ່ການຖະແຫຼງຂ່າວລັດຖະບານປະຈຳເດືອນມີນາ ທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 3 ເມສາ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເຈິ່ນກວັກເຟືອງ ໃຫ້ຮູ້ວ່າ ການເຕີບໂຕ GDP ໃນໄຕມາດທີ 1 ຂອງ ຫວຽດນາມ ຕ່ຳກ່ວາຫຼາຍເມື່ອທຽບໃສ່ການຄາດຄະເນ, ນີ້ແມ່ນການສ່ອງແສງຕົວຈິງທີ່ຖືກຕ້ອງຕາມສິ່ງທີ່ໄດ້ຮັບການຕີລາຄາເມື່ອສ້າງແຜນການພັດທະນາເສດຖະກິດ - ສັງຄົມປີນີ້. ໝາກຜົນຂອງ GDP ໃນໄຕມາດທີ 1 ຄາດວ່າເພີ່ມຂຶ້ນ 3,32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຢູ່ລະດັບດີພໍສົມຄວນເມື່ອທຽບໃສ່ກັບລະດັບສະເລ່ຍລວມຂອງບັນດາປະເທດໃນໂລກ. ຕາມທ່ານຮອງລັດຖະມົນຕີ ເຈິ່ນກວັກເຟືອງແລ້ວ, ຕ້ອງມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອທົດແທນໃຫ້ແກ່ໄຕມາດທີ 1. ເງື່ອນໄຂຊີ້ຂາດແມ່ນຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ນີ້ແມ່ນປັດໄຈພື້ນຖານ. ຖັດຈາກນັ້ນ, ສອງນະໂຍບາຍທີ່ຕ້ອງເອົາໃຈໃສ່ເປັນພິເສດແມ່ນເງິນຕາ ແລະ ປີການເງິນ. ນະໂຍບາຍເງິນຕາກໍ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງຕ້ອງມີການບໍລິຫານທີີ່ມີໄຫວພິບ, ຮັບປະກັນການສະໜອງແຫຼ່ງກຳລັງຢ່າງພຽງພໍ ແລະ ຮັກສາການພັດທະນາຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ