ຮັກສາ,ເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດສ.ເກົາຫຼີ-ຫວຽດນາມ

ຮັກສາ,ເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດສ.ເກົາຫຼີ-ຫວຽດນາມ - ảnh 1
ທ່ານ ຫງວຽນທ້ຽນເຍີນເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ
(ພາບ: ດ້າຍດ່ວານເກດ)

(vovworld) – ​ ​​ໂດຍ​ສືບ​ຕໍ່​ກາ​ນຢ້ຽມຢາມ​ສັນຕະວະ​ໄມຕີ ສ. ​ເກົາຫຼີ, ວັນ​ທີ 18/8, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂຳ​່ນັບ​ທ່ານ​ນາຍົກລັດຖະມົນຕີ ສ. ​ເກົາຫຼີ, ຢ້ຽມຢາມ​ນິຄົມ​ກະ​ເສດ​ເຕັກ​​ໂນ​ໂລ​ຢີສູງ ​ແລະ ຮັບ​ຟັງ​ການ​ແນະນຳ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີນະຄອນ​ສະຫຼາດ​ຂອງ Korea Telecom.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 17/8, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ. ​ເກົາຫຼີ Chung Sye – kyun. ນະ​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ແນະນຳ​ບາງ​ຈຸດ​ກ່ຽວ​ກັບ​ຜົນງານ​ພື້ນຖານ​​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ພ້ອມ​ທັງ​ສະ​ເໜີ​ຝ່າຍ ສ. ​ເກົາຫຼີ ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ຫວຽດນາມ ກ່ຽວ​ກັບ​ພື້ນຖານ​​ໂຄງ​ລ່າງ, ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາ​ງ​ເຄືອ​ຂ່າ​ຍອີນ​ເຕີ​​ເນັດ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ອອກ​ແຮງ​ງານ ຢູ່ ສ. ​ເກົາຫຼີ ກ່ວາ 130.000 ຄົນ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ວັດທະນະທຳ​ລະ​ຫວ່າ​ງ 2 ຊາດ. ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ. ​ເກົາຫຼີ Chung Sye – kyun ກໍ່ຂອບອົກ​ຂອບ​ໃຈ​ພັກ ​ແລະ ລັດ ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ. ​ເກົາຫຼີ ທຳ​ມາ​ຫາ​ກິນ ​ແລະ ພັດທະນາ​ຢູ່ ຫວຽດນາມ. ທ່ານ Chung Sye – kyun ຢັ້ງຢືນວ່າ​ເລື່ອງ ສ. ​ເກົາຫຼີ ກາຍ​ເປັນ​ນັກ​ລົງທຶນ​ອັນ​ດັບ​ໜຶ່ງ​ຢູ່ ຫວຽດນາມ ​ໃນ​ປີ 2015 ​ນັ້ນ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນວ່າ ຫວຽດນາມ ​ໄດ້​ຕອບ​ສະໜອງ​ທຸກ​ຄວາມ​ຮຽກຮ້ອງ​ຂອງ​ບັນດາ​ນັກ​ລົງທຶນ ສ. ​ເກົາຫຼີ ​ເປັນ​ຢ່າງ​ດີ.

        ​ແລະກໍ່​ໃນ​ວັນ​ທີ 17/8, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕ້ອນຮັບ​ທ່ານປະທານ​ສະມາຄົມ​ມິດຕະພາບ ສ. ​ເກ​ົາຫຼີ - ຫວຽດນາມ.

 


ຂ່າວ/ບົດ​ອື່ນ