ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-Algeriaກ່ວາອີກ

ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-Algeriaກ່ວາອີກ - ảnh 1
ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນ
ເຊື້ອລະຫວ່າງຫວຽດນາມ-Algeriaກ່ວາອີກ
(ພາບ: tintuc.com)

(vovworld) - ຄະນະ​ກຳມາ​ທິການ​ການຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍທ່ານ ​ໂງ​ດຶກ​ແມ້ງ ຮອງ​ປະທານ​ກຳມາ​ທິການ​ເປັນ​ຫົວໜ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ Algeria ​ໃນ​ລະຫວ່າງ​ວັນ​ທີ 16 – 19/03. ຄະ​ນະ​ໄດ້​ພົບ​ປະ​ກັບ​ທ່ານ Hocim Maaloum ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ Algeria - ຫວຽດນາມ; ທ່ານ Belmdedah Nour – Eddine ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ຕ່ຳ; ​ເຂົ້າ​ຢ້ຽ​​ມຂ່ຳນັບ​ທ່ານ​ນາງ Ghamia Idalia ຮອງ​ປະທານ​ສະພາ​ຕ່ຳ; ພົບປະ​ກັບ​ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ສູງ​. ພ້ອ​ມກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອື່ນໆ. ທີ່​ການ​ພົບ​ປະ​ຕ່າງໆ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກ​ະສັນ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ກ່າວ​ອີກ​ ​ໃນ​ນັ້ນ​ມີ​ການ​ແລກປ່ຽນ​ບັນດາ​ຄະ​ນະວິຊາ​ສະ​ເພາະ​ຂອງ​ສະພາ​ແຫ່ງ​ຊາດ; ​ເພີ່ມ​ທະວີ​ການແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ຕິດຕາມ​ກວດກາ​ ​ແລະ ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບຕໍ່​ເລື່ອງ​ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ​ຄື: ພະລັງງານ, ກະສິກຳ, ນ້ຳມັນ​ອາຍ​ແກັສ, ການທ່ອງທ່ຽວ ​ແລະ ຄົມມະ​ນາ​ຄົ​ມ - ຂົນ​ສົ່ງ ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ​​ໃຫ້​ພັດທະນາ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​​ເມືອງ​ອັນ​ດີງາມ​ທີ່​ມີ​ຢູ່​ແລ້ວ. ​ແບ່ງປັນ​ບັນດາ​ທັດ​ສະ​ນະລວມ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, 2 ຝ່າຍ​ເນັ້ນ​ໜັກ​ສະ​ໜັບສະ​ໜູນ​ເລື່ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ ​ອີງຕາມກົດໝາຍ​ສາກົນ ​ແລ​ະ ກົດ​ບັດ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ