ຮັບຈຳນວນເງິນກວ່າ 32 ຕື້ດົ່ງເພື່ອໜູນຊ່ວຍຄົນພິການ, ເດັກກຳພ້າ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ສົ່ງຄຳຂອບໃຈເຖິງການນຳລຸ້ນຕ່າງໆຂອງສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າ ຫວຽດນາມ
ຮັບຈຳນວນເງິນກວ່າ 32 ຕື້ດົ່ງເພື່ອໜູນຊ່ວຍຄົນພິການ, ເດັກກຳພ້າ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ເຫດການ
(ພາບ:hanoimoi.com.vn)

ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າ ຫວຽດນາມ (25 ເມສາ 1992 – 25 ເມສາ 2022) ໄດ້ດຳເນີນໃນຕອນບ່າຍວັນທີ 26 ເມສາ, ຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ສົ່ງຄຳຂອບໃຈເຖິງການນຳລຸ້ນຕ່າງໆຂອງສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າ ຫວຽດນາມ; ໃນໄລຍະຜ່ານມາ ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ ໄດ້ປະກອບສ່ວນຢ່າງບໍ່ຢຸດຢັ້ງໃຫ້ແກ່ໜ້າທີ່ເບິ່ງແຍງດູແລ, ຊ່ວຍເຫຼືອໃຫ້ຄົນພິການ, ເດັກກຳພ້າ, ຜ່ານນັ້ນໄດ້ຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກນັບລ້ານໆຄົນບືນຕົວຂຶ້ນ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ປະຈຸບັນ, ນອກຈາກຄວາມເອົາໃຈໃສ່ກ່ຽວກັບແຫຼ່ງກຳລັງທາງດ້ານວັດຖຸແລ້ວ, ຄວນເອົາໃຈໃສ່ກ່ຽວກັບ ຊີວິດທາງດ້ານຈິດໃຈອີກດ້ວຍ. ເລື່ອງຜັນຂະຫຍາຍບັນດາລາຍການ, ການເຄື່ອນໄຫວໜູນຊ່ວຍເປັນຫຼາຍຮູບຫຼາຍແບບ, ມີໄຫວພິບກວ່າ, ເອົາໃຈໃສ່ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທັນສະໄໝ ເພື່ອໃຫ້ການໜູນຊ່ວຍບັນລຸປະສິດທິຜົນຢ່າງຮອບດ້ານ.

        ໃນໄລຍະ 30 ປີແຫ່ງການສ້າງຕັ້ງ, ພັດທະນາ ສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ໄດ້ໜູນຊ່ວຍຫຼາຍດ້ານໃຫ້ຄົນພິການ, ເດັກກຳພ້າກວ່າ 25,8 ລ້ານເທື່ອຄົນ ດ້ວຍແຫຼ່ງເງິນທັງໝົດກວ່າ 5.385 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ