ຮັບບັນດາແຜນທີ່ຢືນຢັນອະທິປະໄຕເຂດທະເລ, ໝູ່ເກາະຂອງຫວຽດນາມ

ຮັບບັນດາແຜນທີ່ຢືນຢັນອະທິປະໄຕເຂດທະເລ, ໝູ່ເກາະຂອງຫວຽດນາມ - ảnh 1
ແຜນ​ທີ່​ຢືນຢັນ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ
(ພາບ: tuoitre.vn)


(vovworld) -     ສະ​ຖາ​ບັນ​ຄົ້ນຄວ້າ​ພັດທະນາ​ເສດຖະກິດ - ສັງຄົມ​ ດາ​ນັ້ງ ຫາ​ກໍ່​ໄດ້​ຮັບ​ເອກະສານ​ທີ່​ຄຸນຄ່າ​ໂດຍ​ຢືນຢັນ​ວ່າ ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ. ບັນດາ​ເອກະສານ​ດັ່ງກ່າວ​ໂດຍ​ທ່ານ ​ເຈີ່ນ​ທັ໋ງ, ປະທານ​ສະ​ຖາ​ບັນ​ວັດທະນະທຳ ​ແລະ ສຶກສາ​ຫວຽດນາມ​ ປະຈຳ​ອາ​ເມ​ລິ​ກາ ສະ​ສົມ ​ແລະ ມອບ​ໃຫ້. ​ເອກະສານທີ່​ສະ​ຖາ​ບັນ​​ໄດ້ຮັບ​ລວມມີ​ແຜນ​ທີ່​ເກົ່າ 43 ​ແຜ່ນ ​ແລະ ປື້​ມ Atlas ໂດຍ​ຈີນ ພິມ​ຈຳໜ່າຍ​ຢູ່ ໜານ​ຈີ​ງ ແຕ່​ປີ 1919. ​ໄລ​ມາ​ຮອດ​ປະຈຸ​ບັນ, ຈຳນວນ​ເອກະສານ​ທີ່ລ້ຳຄ່າ​ເຊິ່ງສະ​ຖາ​ບັນ​ໄດ້​ຮັບ​ຈາກ​ທ່ານ ​ເຈີ່ນ​ທັ໋ງ ມີແຜນ​ທີ 150 ​ແຜ່ນ. ນີ້​ແມ່ນ​ບັນດາ​ແຜນ​ທີ່​​ເຊິ່ງໄດ້​ພິມ​ຈຳ​ໜ່າຍ​ຢູ່​ອັງ​ກິດ, ​ເຢຍລະ​ມັນ, ອົດສຕາ​ລີ, ກາ​ນາ​ດາ, ອາ​ເມ​ລິ​ກາ ​ແລະ ຮົ່ງກົງ (ຈີນ) ​ໃນ​​ໄລຍະ​ແຕ່​ປີ 1626 – 1980, ​ໃນ​ນັ້ນ​ມີ​ແຜນ​ທີ 50 ​ແຜ່ນ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ​ແມ່ນຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ