ຮັບປະກັນສິດສ້າງຕັ້ງສະມາຄົມເໝາະສົມກັບແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ

ຮັບປະກັນສິດສ້າງຕັ້ງສະມາຄົມເໝາະສົມກັບແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
ຊຸດ​ທີ 14

(vovworld)- ​​ວັນ​ທີ 25/10, ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14, ເມື່ອ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ມາ​ຄົມ, ມີ​ຫລາຍ​ຄຳ​ເຫັນ​ໄດ້​ເຕື້ອງ​ເຖິງ​ສິດ​ສ້າງ​ຕັ້ງ​ສະ​ມາ​ຄົມ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ເລື່ອງ​ສະ​ມາ​ຄົມ​ຮ່ວມ​ສຳ​ພັນ, ເຂົ້າ​ຮ່ວມ​ບັນ​ດາ​ສະ​ມາ​ຄົມ​ຕ່າງ​ປະ​ເທດ, ຮັບ​ເງິນ​ອຸ​ປະ​ຖຳ​ຂອງ​ຕ່າງ​ປະ​ເທດ.

ເມື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ, ທ່ານ ຫງວຽນ​ຊີ້​ເກືອງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ນີງ​ທ້ວນ ຖື​ວ່າ: ຮ່າງ​ກົດ​ໝາຍ​ໄດ້​ນຳ​ໃຊ້​ສຳ​ລັບ​ສະ​ມາ​ຄົມ​ຂອງ​ພົນ​ລະ​ເມືອງ​ຫວຽດ​ນາມ, ແລະ ກຳ​ນົດ ​​ສະ​ມາ​ຄົມ​ຕ້ອງ​ຕັ້ງ​ສຳ​ນັກ​ງານ​ຢູ່​ຫວຽດ​ນາມ ແມ່ນບໍ່​ທັນ​ເໝາະ​ສົມ. ຄວາມ​ຈິງ ມີ​ສະ​ມາ​ຄົມ​ຫລາຍ​ແຫ່ງ​ຂອງ​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ໄດ້​ຮັບ​ອະ​ນຸ​ຍາດ​ເຄື່ອ​ນ​ໄຫວ​ຢູ່​ຕ່າງ​ປະ​ເທດ ປະ​ຈຸ​ບັນ ພວມ​ເຄື່ອນ​ໄຫວ ແລະ ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.  ສະ​ນັ້ນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ຊີ້​ເກືອງ ສະ​ເຫນີ ຄວນ​ຄິດ​ໄລ່​ຊັ່ງ​ຊາ​ເລື່ອງ​ຕັ້ງ​ສຳ​ນັກ​ງານ​ສະ​ມາ​ຄົມ​ຢູ່​ຫວຽດ​ນາມ ຄື​ລະ​ບ​ຸ​ໄວ້​ໃນ​ຮ່າງ​ກົດ​ໝາຍ.


ຕອບກັບ

ຂ່າວ/ບົດ​ອື່ນ