ຮັບ​ປະ​ກັນ​ເງື່ອນ​ໄຂ​ການ​ຮ່ຳ​ຮຽນ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍເຊັນໃນໂທລະເລກທາງການ ສະບັບເລກທີ 1385 ວ່າດ້ວຍການເພີ່ມທະວີ, ຮັບປະກັນບັນດາເງື່ອນໄຂການກິນ, ການຢູ່, ການດຳເນີນຊີວິດ ແລະ ການຮ່ຳຮຽນໃຫ້ແກ່ເດັກອະນຸບານ, ນັກຮຽນກິນນອນ, ເຄິ່ງກິນນອນ, ນັກຮຽນຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ພູດອຍ.
ຮັບ​ປະ​ກັນ​ເງື່ອນ​ໄຂ​ການ​ຮ່ຳ​ຮຽນ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ - ảnh 1(ພາບປະກອບ: chinhphu.vn)

ວັນທີ 20 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍເຊັນໃນໂທລະເລກທາງການ ສະບັບເລກທີ 1385 ວ່າດ້ວຍການເພີ່ມທະວີ, ຮັບປະກັນບັນດາເງື່ອນໄຂການກິນ, ການຢູ່, ການດຳເນີນຊີວິດ ແລະ ການຮ່ຳຮຽນໃຫ້ແກ່ເດັກອະນຸບານ, ນັກຮຽນກິນນອນ, ເຄິ່ງກິນນອນ, ນັກຮຽນຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ພູດອຍ.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຕິບັດບັນດາຂໍ້ກຳນົດຂອງລັດຖະບານທີ່ໄດ້ກຳນົດກ່ຽວກັບນະໂຍບາຍໜູນຊ່ວຍນັກຮຽນ ແລະ ໂຮງຮຽນມັດທະຍົມຢູ່ຕາແສງ, ບ້ານ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ນະໂຍບາຍພັດທະນາການສຶກສາຂັ້ນອະນຸບານ; ກໍຄືບັນດາໜ້າທີ່, ມາດຕະການໃນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ແລະ ໂຄງການໜູນຊ່ວຍອື່ນໆຢ່າງເຂັ້ມງວດ.

        ເພີ່ມທະວີການຊີ້ນຳ, ຄຸ້ມຄອງ, ກວດກາການປະຕິບັດນະໂຍບາຍກ່ຽວກັບການສຶກສາຊົນເຜົ່າ; ຕັ້ງໜ້າສ້າງສະພາບແວດລ້ອມແຫ່ງການສຶກສາ ທີ່ປອດໄພ, ປອດໂປ່ງເຂັ້ມແຂງ ແລະ ເປັນມິດ.


ຕອບກັບ

ຂ່າວ/ບົດ​ອື່ນ