ຮັບປະກັນແຫລ່ງໄຟຟ້າເພື່ອຮັບໃຊ້ຄວາມຕ້ອງການການພັດທະນາຂອງປະເທດຊາດ

ຮັບປະກັນແຫລ່ງໄຟຟ້າເພື່ອຮັບໃຊ້ຄວາມຕ້ອງການການພັດທະນາຂອງປະເທດຊາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
 ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ 
ພາບ:baoquocte.vn

(vovworld)- ຕອນ​ບ່າຍ​ວັນ​ທີ 3/10, ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໄດ້​ເຮັດ​ວຽກ​ກັບ​ການ​ນຳ ກະ​ຊ​ວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ການ​ນຳ​ບາງ​ກະ​ຊວງ ແລະ ກຸ່ມ​ບໍ​ລິ​ສັດ​ໄຟ​ຟ້າ​ຫວຽດ​ນາມ, ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ​ແຫ່ງ​ຊາດ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ມາດ​ຕ​ະ​ການ​ສ້າງ​ຄວາມ​ດຸ່ນ​ດ່ຽງ​ແຫລ່ງ​ໄຟ​ຟ້າ, ຮັບ​ປະ​ກັນ​​ມີໄຟ​ຟ້າຢ່າງ​ພຽງ​ພໍ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ຕໍ່​ຫນ້າ ແລະ ຍາວ​ນານ. ຕ​າມ​ການ​ຕີ​ລາ​ຄາ​ຂອງ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລ້ວ, ດ້ວຍ​ການ​ຊີ້​ນຳ​ຂອງ​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ການ​ບໍ​ລິ​ຫານ​ຮ່ວ​ມ​ຂອງ​ກະ​ຊວງອ​ຸດ​ສາ​ຫະ​ກຳ - ການ​ຄ້າ ແລະ ກຸ່ມ​ບໍ​ລິ​ສັດ​ໄຟ​ຟ້າ​ຫວຽດ​ນາມ, ເລື່ອງ​ກຸ່ມ​ບໍ​ລໍ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ ສ້າງ​ໂຮງ​ງານ​ໄຟ​ຟ້າ​ຈຳ​ນວນ​ຫນຶ່ງ ແລະ ເລື່ອງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິດ​ໄຟ​ຟ້າ, ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ໄດ້​ນຳ​ລະ​ບົບ​ໄຟ​ຟ້າ​ເຂົ້າ​ໃຊ້​ການ​ບັນ​ລຸ​ໝາກ​ຜົນ​ດີ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ແຫລ່ງ​ໄຟ​ຟ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ ໃນ​ຊຸມ​ປີມໍ່ໆ​ມານີ້ ​ການ​ສ້າງຄວາມ​ດຸ່ນ​ດ່ຽງ​​ດ້ານ​ພະ​ລັງ​ງານໄຟ​ຟ້າ​ສືບ​ຕໍ່​ແມ່ນ​​ຄວາມ​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ໄດ້​ຮັບ​ປະ​ກັນ​ເປັນ​ຢ່າງ​ດີ, ຮັບ​ໃຊ້​ການ​ຜະ​ລິດ, ຊີ​ວິດ​ຂອງ​ປະ​ຊາ​ຊົນ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ ຮັບ​ປະ​ກັນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຜ່ານ​ມາ.


ຕອບກັບ

ຂ່າວ/ບົດ​ອື່ນ