ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ

(VOVWORLD) - ແຕ່ວັນທີ 11 -13 ພຶດສະພາ, ກອງປະຊຸມຫົວເລື່ອງສະເພາະຂອງສະຫະພັນລັດຖະສະພາສາກົນ (IPU) ພາກພື້ນ ອາຊີ  - ປາຊີຟິກ ກ່ຽວກັບ “ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ ເພື່ອແນໃສ່ປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ” ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ. 
ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ - ảnh 1 ພາບປະກອບ

ເຂົ້າຮ່ວມກອງປະຊຸມມີທ່ານ Saber Chowdhury, ປະທານສະຫະພັນລັດຖະສະພາສາກົນ (IPU); ທ່ານ Martin Chungong, ເລຂາທິການໃຫຍ່ IPU; ທ່ານ Isra Sunthornvut, ເລຂາທິການໃຫຍ່ສະພາສະຫະພັນລັດຖະສະພາ ອາຊຽນ (AIPA) ແລະ ຜູ້ແທນກ່ວາ 200 ຄົນທີ່ມາຈາກສະພາແຫ່ງຊາດຂອງ 24 ປະເທດໃນພາກພື້ນ ອາຊີ - ປາຊີຟິກ, ພ້ອມກັບບັນດາຜູ້ຕາງໜ້າຂອງອົງການສາກົນຕ່າງໆ… ທ່ານນາງ ຫງວຽນທິກິມເງິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ. ໃນ 3 ວັນທີ່ເຮັດວຽກ, ກອງປະຊຸມໄດ້ສຸມໃສ່ 4 ກຸ່ມເນື້ອໃນຄື: ປຶກສາຫາລືກ່ຽວກັບບັນດາຄາດໝາຍພັດທະນາແບບຍືນຍົງສຸມໃສ່ຄາດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ສຸຂະພາບໃນສະພາບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປຶກສາຫາລືກ່ຽວກັບ ສິ່ງທ້າທາຍ, ກາລະໂອກາດ ແລະ ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປຶກສາຫາລືບັນດາຄຳໝັ້ນສັນຍາສາກົນ ແລະ ບົດບາດຂອງບັນດາອົງການນິຕິບັນຍັດ ແລະ ການລະດົມບັນດາແຫຼ່ງກຳລັງເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງເວົ້າລວມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ