ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເພື່ອ​ຢຶດ​ໝັ້ນ​ຕາມເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ

(VOVWORLD) -ບົນພື້ນຖານທິດສະດີ ແລະ ຈາກແງ່ມູນພຶດຕິກຳຕົວຈິງຂອງ ຫວຽດນາມ, ທ່ານ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຫາກໍ່ມີບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ”. 
ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເພື່ອ​ຢຶດ​ໝັ້ນ​ຕາມເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ - ảnh 1ທ່ານເຈິ່ນດິ່ງກົງ ຜູ້ມີສິດເລືອກຕັ້ງແຂວງ ຮະລອງ

ບົດຂຽນໄດ້ຮັບຄວາມເຫັນດີເຫັນພ້ອມ, ຕີລາຄາສູງຈາກຫາງສຽງສາກົນ. ບັນດານັກຄົ້ນຄ້ວາຖືວ່າ ບົດຂຽນ ໄດ້ຍົກອອກບາງບັນຫາທີ່ມີເນຶື້ອໃນຢ່າງກ້ວາງຂວາງ, ອຸດົມສົມບູນ ບົນພື້ນຖານທິດສະດີ ແລະ ພື້ນຕິກຳຕົວຈິງ: ນັ້ນແມ່ນສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ. ທ່ານ ຮອງສາດສະດາຈານ, ປ.ອ ຫງວຽນຈ້ອງຟຸກ ອະດີດຫົວໜ້າສະຖານບັນ ປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ: ບົດຂຽນຂອງທ່ານ ເລຂາທິການໃຫຍ່ ຫງວຽນຝຸຈ້ອງ ມີການສັງລວມຢ່າງສູງກ່ຽວກັບຄວາມຮັບຮູ້ຂອງສັງຄົມນິຍົມຫວຽດນາມ ຈາກພຶດຕິກຳປ່ຽນແປງໃໝ່ ຂອງຫວຽດນາມ ແລະ ຈາກບັນດາຜົນສຳເລັດຂອງ ໂລກ ນັບທັງບັນດາຄວາມປະລາໄຊ ເພື່ອສັງລວມ ແລະ ຊອກຫາໄດ້ເສັ້ນທາງເດີນຕ່າງຫາກຂອງ ຫວຽດນາມ.

        ສ່ວນທ່ານຮອງສາດສະດາຈານ, ປ.ອ ໂຮ່ຈ້ອງຮ່ວາຍ, ອະດີດຫົວໜ້າສະຖາບັນສັງຄົມນິຍົມວິທະຍາສາດ, ສະຖາບັນ ການເມືອງ ແຫ່ງຊາດ ໂຮ່ຈີມິນ ໄດ້ຖືວ່າ ບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເຮັດໃຫ້ຈະແຈ້ງຄຳນິຍາມພື້ນຖານກ່ຽວກັບສັງຄົມນິຍົມ ແລະ ຊີ້ໃຫ້ເຫັນ ເຫດຜົນເປັນຫຍັງຫວຽດນາມ ໄດ້ເລືອກເອົາເປົ້າໝາຍແມ່ນກໍ່ສ້າງສັງຄົມນິຍົມ, ຜ່ານນັ້ນຢັ້ງຢືນວ່າ ການເລືອກເອົາເປົ້າໝາຍນັ້ນ ຂອງທ່ານປະທານໂຮ່ຈີມິນ, ຂອງພັກ ແລະ ປະຊາຊົນ ຫວຽດນາມແມ່ນຖືກຕ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ