ຮັບຮອງເອົາເນື້ອໃນເວທີປາໄສMDEC-ຊອກຈັງ2014

ຮັບຮອງເອົາເນື້ອໃນເວທີປາໄສMDEC-ຊອກຈັງ2014 - ảnh 1
ພາບປະກອບ
(vovworld) –  ວັນ​ທີ 9/9, ທີ່ ​ເກີນ​ເທີ, ຄະນະ​ຊີ້ນຳ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ - ຊອກ​ຈັງ 2014 ​ໄດ້​ເຮັດ​ວຽກ​ກັບ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ ກ່ຽວ​ກັບ​ແຜນການ​ຈັດ​ຕັ້ງ ​ແລະ ຮັບຮອງ​ເອົາ​ເນື້ອ​ໃນ​​ໂຄງການ ​ເວທີ​ປາ​ໄສ​​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ - ຊອກ​ຈັງ 2014 (​ເອີ້ນ​ຫຍໍ້​ວ່າ MDEC - ຊອກ​ຈັງ 2014) ຄາດ​ວ່າ ຈະ​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 5 – 7/11/2014, ຢູ່​ນະຄອນ​ຊອກ​ຈັງ, ​ແຂວງ ຊອກ​ຈັງ. ດ້ວຍ​ຫົວ​ຂໍ້​ວ່າ: “ສ້າງ​ໂຄງ​ປະ​ກອບ​ກະສິກຳ - ກໍ່ສ້າງ​ຊົນນະບົດ​ໃໝ່ ຮັບ​ມື້​ກັບ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ” ​ເວທີ​ປາ​ໄສ MDEC - ຊອກ​ຈັງ ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ກອງປະຊຸມ​ສຳ​ມະ​ນາ​ບົດບາດ​ຂອງ​ທະນາຄານ​ໃນ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່ ​ແລະ ກໍ່​ສ້າງ​ຊົນນະບົດ​​ໃໝ່ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ກອງ​ປະຊຸມ​ສຳ​ມະ​ນາ​ສ້າ​ງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່ - ກໍ່ສ້າງ​ຊົນນະບົດ​​ໃໝ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຕາມ​ທິດ​ຮ່ວມ​ສຳພັນ, ​ເພີ່ມ​ທະວີ​ບັນດາ​ມູນ​ຄ່າ​ກະສິກຳ, ກອງປະຊຸມ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ ກະສິກຳ, ຊົນ​ນະ​ບົດ.​.​.​ ​ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ, ຍືນ​ຍົງ. ໃນ​ຂອບ​ເຂດ​ຂອງ​ເວທີ​ປາ​ໄສ​ຍັງ​ມີ​ງານ​ບຸນ​ຊ່ວງ​ເຮືອ​ຂອງ​ຊາວ​ເຜົ່າ​ຂະ​ເມ ຕິດ​ພັນ​ກັບ​ງານ​ຕະຫຼາດນັດ​ການ​ຄ້າ ​ແລະ ການທ່ອງທ່ຽວ, ​ແນະນຳ, ​ໂຄສະນາ​ເຜີຍ​ແຜ່​ໝູ່​ບ້ານ​ອາຊີບ, ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​​ເພາະ​ຂອງ​ທ້ອງ​ຖີ່​ນຕ່າງໆ​ຢູ່​ແຂ​ວງ ຊອກ​ຈັງ.
ຂ່າວ/ບົດ​ອື່ນ