ຮັບເອົາຄຳຄິດຄຳເຫັນຂອງປະຊາຊົນກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)

ຮັບເອົາຄຳຄິດຄຳເຫັນຂອງປະຊາຊົນກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) - ảnh 1
ກ​ອງປະຊຸມ​ຜ່ານ​​ເຄື່ອຄ່າ​ຍອິນ​ເຕີ​ແນ​ດກ່ຽວ​ກັບ​
ການ​ຜັນ​ຂະຫຍາຍ​ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: tuoitre.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 31/01, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ​ ​ໄດ້​ຈັດກ​ອງປະຊຸມ​ຜ່ານ​​ເຄື່ອຄ່າ​ຍອິນ​ເຕີ​ແນ​ດກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ​ແຜນການ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນທີ່​ມີ​ຕໍ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ກະ​ຂວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ຂັ້ນ​ສູນ​ກາງ ​ແລະ ການ​ນຳ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮວ່າງ​ຈູງ​ຫາຍ ​ໄດ້ຮຽກຮ້ອງ​ວ່າ ​ເລື່ອງ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ​​ເພື່ອ​ປະກອບ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ຕ້ອງ​ຮັບປະກັນ​ລັກສະນະ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ວິທະຍາສາດ, ດ້ວຍ​ບັນດາ​ຮູບ​ແບບ​ທີ່​ເໝາະ​ສົມ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ທຸກ​ຄົນ​ພ້ອມ​ກັນ​ເຂົ້າ​ຮ່ວມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮວ່າງ​ຈູງ​ຫາຍ ກ່າວ​ວ່າ.

        “ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ບັນດາ​ອົງການ​ຈັດ​ຕັ້ງການ​ເມືອງ​ສັງຄົມ​ທ້ອງ​ຖິ່ນ​ຕ່າງໆ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດຈົ່ງ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ຢ່າງຕັ້ງໜ້າ. ​ເພາະວ່າ ການກຳນົດ​ໄດ້​ທີ່​ຕັ້ງ, ບົດບາດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແມ່ນ​ຈະ​ສົ່ງ​ຜົນ​ການ​ທົບ​ເຖິງ​ປະຊາຊົນ​ແຕ່ລະຄົນ ​ແລະ ຊີວິດ​ທາງ​ການ​ເສດຖະກິດ, ສັງຄົມທຸກ​ດ້ານ. ​ເພາະສະ​ນັ້ນ, ​ເລື່ອງ​ຮັບ​ເອົາ​ການ​ປະກອບຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຢ່າງຮອບ​ດ້ານ ​ແລະ ມີ​ປະສິ​ດທິຜົນ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ແມ່ນ​ສິ່ງ​ສຳຄັນ​ຍິ່ງ”.

        ​ເລື່ອງ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ ຜ່ານ​ຮູບ​​ແບບ​ປະກອບ​ຄຳ​ເຫັນ​ໂດຍ​ກົງ ຫຼື ​ເປັນ​ລາຍ​ລັກ​ອັກສອນ; ປຶກສາ​ຫາລື​ທີ່​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ​ຕາມ​ແຕ່ລະ​ເຂດ​; ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຜ່ານ​ປະຕູ​ຖານຂ້ໍ​ມູນ​ເອ​ເລກ​ໂຕ​ນິກຂອງ​ລັດຖະບານ, ​ແວບ​ໄຊຂອງກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ກົມ​ໃຫຍ່​ຄຸ້ມ​ຄອງທີ່​ດິນ, ​ແວບ​ໄຊຂອງ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ.

ຂ່າວ/ບົດ​ອື່ນ