ຮັບເອົາຄຳເຫັນ ລາຍງານໝາກຜົນ ການຕິດຕາມ ກວດການະໂຍບາຍ ຫຼຸດຜ່ອນຄວາມ ທຸກຍາກໄລຍະ 2005-2012

ຮັບເອົາຄຳເຫັນ ລາຍງານໝາກຜົນ ການຕິດຕາມ ກວດການະໂຍບາຍ ຫຼຸດຜ່ອນຄວາມ ທຸກຍາກໄລຍະ 2005-2012 - ảnh 1
ກອງປະຊຸມສຳມະນາຈັດຕັ້ງໃນຕອນເຊົ້າວັນທີ 18/3

(vovworld) - ຕອນ​ເຊົ້າ​ວັນ​ທີ 18/3, ຢູ່​ແຂວງ ທ໋າຍງວຽນ, ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແບ່ງປັນ​ໝາກຜົນ​ລາຍ​ງານ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ຕິດ​ພັນ​ກັບ​ການຫຼຸດຜ່ອນຄວາມຜິດໂຕນທາງດ້ານລະດັບຄອງ​ຊີບ ​ແລະ ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ໝາກຜົນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005 – 2012. ທ່ານ​ນາງ ຫວູກິ່ວ​ງຮວາ, ຜູ້​ປະສານ​ງານ​ໂຄງການ​ຂົນຂວາຍ​ນະ​ໂຍບາຍ ​ແລະ ສື່ສານ​ຂອງ​ອົງການ Oxfam ປະຈຳ ຫວຽດນາມ, ຖື​ວ່າ:

    “​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຄວນ​ສຸ​ມ​ໃສ່​ຮັດ​ແຄບ​ຊ່ອງ​ຫວ່າງ​ກ່ຽວ​ກັບ​ການ​ຂ້ອງເຖິງຄວາມຜິດດ່ຽງ, ບໍ່​ມີ​ຄວາມ​ສະ​ເໝີ​ພາບ​ກ່ຽວ​ກັບ​ກາລະ​ໂອກາດ, ຍ້ອນ​ວ່າ​ນີ້​​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ, ຊຶ່ງແມ່ນໜຶ່ງ​ໃນ​ບັນດາ​ທິດ​ທາງ​ອາດ​ສາດ​ມາດ​ຊ່ວຍ​ຮັດ​ແຄບ, ບໍ່​ເຮັດ​ໃຫ້​ເພີ່ມ​ລະດັບຄວາມຜິດໂຕນລະຫວ່າງບັນດາ​​ເຂດ, ພາກ​ຂອງ​ຫວຽດນາມ”

ຂ່າວ/ບົດ​ອື່ນ