ຮ່ວມມືຊ່ວຍ ປຊຊ ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ

ຮ່ວມມືຊ່ວຍ ປຊຊ ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ - ảnh 1

(ພາບ:vtc.vn)

(vovworld)-  ​ ​ວັນ​ທີ 26/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ອົງການ​ອະນຸ​ລັກ​ຮັກສາ​ທຳ​ມະ​ຊາດ​ໂລກ​ປະຈຳ​ຫວຽດນາມ (IUCN) ​ເພື່ອ​ແນ​ໃສ່​ຮ່ວມ​ມື, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງກາ​ນພາກ​ພື້ນ ​ໂດຍສະຫະພາບ​ເອີ​ລົບ (EU) ອຸປະຖຳ, ໜູນ​ຊ່ວຍ ປຊຊ ​ເຂດ​ແຄມ​ທະ​ເລ ​ແລະ ປັບປຸງ​ລະບົບ​ຊີວະ​ພາບ​ຕໍ່ໜ້າ​ການ​ກະທົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ຈູ​ຟ້າ​ມຫງອກ​ຫຽນ, ຮອງ​ລັດຖະມົນຕີກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ IUCN ​ໃນ​ການ​ຊ່ວຍ​ເຫຼືອ​ພະນັກງານ, ປຊຊ ​ເພີ່ມ​ທະວີ​ຄວາມ​ສາມາດ, ຄວາມ​ຮູ້​ເພື່ອ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໂດຍ​ໄດ້​ເລິ່ມ​ແຕ່​ເດືອນ 9/2011, ​ໂຄງການ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ກັບ​ການ​ກະທົບ​ຂອງການ​ປ່ຽນ​ແປງ​ຈາກ​ດິນ​ຟ້າ​ອາກາດຢູ່​ບັນດາ​ເຂດ​ແຄມ​ທະ​ເລ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ສະຖານ​ທີ່ 4 ​ແຫ່ງ​ໃນ​ເຂດ​ທົ່ງ​ພຽງ​ແມ່ນຳຂອງ ລວມມີ: ຊອກ​ຈັງ, ​ເບັນ​ແຈ, ກຽນ​ຢາງ ​ແລະ ​ເມືອງ​ກັນ​ເຢີ (ນະຄອນ​ໂຮ່ຈິ​ມິນ). ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂຄງການ​ຈະ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ຕ່າງໆ ດ້ວຍ​ຈຸດປະສົງ​ຊ່ວຍ ປຊຊ ມີ​ບັນດາ​ການ​ເຄື່ຶອນ​ໄຫວ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢ່າງ​ມີ​ປະສິດທິ​ຜົນ.

 

 

 

 

ຂ່າວ/ບົດ​ອື່ນ