ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ - ຍີ່ປຸ່ນ

ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ - ຍີ່ປຸ່ນ - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ “ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ຫວຽດນາມ
​ແລະ ຮັບ​ເອົາສຳ​ມະ​ນາກ​ອນ​ຫວຽດນາມ”
(ພາບ: vietnamplus.vn)


(vovworld) - ວັນ​ທີ 18 ຕຸລາ, ຢູ່​ຍີ່​ປຸ່ນ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ສະຖານທູດ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ແລະ ອົງການ​ຈັດ​ຕັ້ງ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຍີ່ປຸ່ນ (IM Japan) ​ໄດ້ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ຫວຽດນາມ ​ແລະ ຮັບ​ເອົາສຳ​ມະ​ນາກ​ອນ​ຫວຽດນາມ”.

    ທີ່​ກອງ​ປ​ະຊຸມ​ສຳ​ມະ​ນາ, ທ່ານ​ນາງ​ລັດຖະມົນຕີກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຫວຽດນາມ ຫງວຽນ​ທິຫາຍຈວຽນ ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງ​ໂຄງການ​ຮ່ວມ​ມື​ລະຫວ່າງກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຫວຽດນາມ ​ແລະ IM ຍີ່ປຸ່ນ, ຖື​ນີ້ແມ່ນ​ຈຸດ​ສຸມ, ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມຂອງ​ໂຄງການ​ນຳ​​ແຮງ​ງານຊາວ​ຫວຽດນາມ ​ໄປ​ເຮັດ​ວຽກ ​ແລະ ຮໍ່າຮຽນ​ຢູ່​ຕ່າງປະ​ເທດ.

   ພາຍຫຼັງ​ໄລຍະ​ເກືອ​ບ 7 ປີ​​ແຫ່ງ​ການ​ຜັນ​ຂະຫຍາຍ, ບັນດາ​ວິ​ສາ​ຫະກິດ​ຂອງ​ຍີ່ປຸ່ນ ​​ໄດ້ຮັບສຳ​ມະ​ນາກ​ອນ​ຫວຽດນາມ 1.200 ຄົນ. ຜ່ານ​ນັ້ນ, ສຳ​ມະ​ນາກ​ອນ​ຫວຽດນາມ ​ໄດ້​ຮໍ່າຮຽນ​​ເອົາບັນດາ​ເຕັກນິກ​ທີ່​ກ້າວໜ້າ ຜ່ານ​ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ວິວັດ​ການ​ຮໍ່າຮຽນ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​​ໂຮງ​ຈັກ, ໂຮມ​ງານ ຂອງ​ຍີ່​ປຸ່ນ.
ຂ່າວ/ບົດ​ອື່ນ