ຮ່ວມມືສາກົນໃນການປັບປຸງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ

ຮ່ວມມືສາກົນໃນການປັບປຸງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ໋ຽນຢຸງ
(ພາບ: radiovietnam.vn)


(vovworld) – ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ບັນດ​າອົງການ​ຈັດ​ຕັ້ງ​ສາກົນ ຈະ​ເພີ່ມ​ທະວີການ​ຮ່ວມ​ມື​ກວ່າ​ອີກ ​ໃນ​ຂົງ​ເຂດ​ການ​ເງິນ​ສາທາລະນະ ​ແລະ ​ປັບປຸງກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງລັດ​​ໃນ​ໄລຍະ​ຈະ​ມາ​ເຖິງ. ຂໍ້​ມູນ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ກຸ່ມ​ຄູ່​ຮ່ວມມື​ການການ​ເງິນ​ສາທາລະນະດ້ວຍ​ຫົວ​ຂໍ້ “ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ໄລຍະ 2014 – 2015 ​ແລະ ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ”, ​ໂດຍ​ກະຊວງ​ການ​ເງິນ ​ແລະ ທະ​ນາຄາ​ນ​ໂລກ​ປະຈຳ​ຫວຽດນາມ ​ເປັນ​ປະທານ​ກອງ​ປະຊຸມ​ໃນ​ວັນ​ທີ 20/08, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ໋ຽນຢຸງ ຢືນຢັນ​ວ່າ ການປັບປຸງກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງລັດ​​​​ ​ແມ່ນ​ເນື້ອ​ໃນ​ສຳຄັນ ​ແລະ ​ໄດ້​ຮັບບຸລິມະສິດ​ສູງ​ຂອງ​ກະຊວງ​ໃນ​ປີ 2014 – 2015, ປະກອບສ່ວນ​ປະຕິບັດ​ຄາດໝາຍ​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ຄຸ້ມ​ຄອງ, ຈັດ​ແບ່ງ ​ແລະ ນຳ​ໃຊ້​ແຫຼ່ງການ​ເງິນ. ກະຊວງ​ການ​ເງິນ​ພວມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ໂຄງການ​ປະຕິ​ຮູບ​ການ​ເງິນ​ສາທາລະນະ​​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ ​ເຊິ່ງ​ໄດ້​ກຳນົດ​ໃນ​ຍຸດ​ທະ​ສາດ​ການ​ເງິນ​ຮອດ​ປີ 2020. ນີ້​ກໍ່​ແມ່ນ​​ເນື້ອ​ໃນ​ທີ່​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ ​ແລະ ບັນດາ​ອົງການ​ສາກົນ. ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ໃຫຍ່​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ຖື​ວ່າ ໜຶ່ງ​ໃນ​ບັນດາ​ສິ່ງ​ສຳຄັນ​ທີ່​ສຸດ​ເພື່ອ​ຫຼີກລ້ຽງສະພາບລາຍ​ຮັບ​ບໍ່​ກາຍ​ຂ້າມ​ລະດັບປານ​ກາງ​ຢູ່​ຫວຽດນາມ ​ແມ່ນ​ການປະຕິ​ຮູບ​ລະບອບ​ການ, ຄຸ້ມ​ຄອງ​ການ​ເງິນ​ສາທາລະນະ ​ເພ່ືອ​​ແນ​ໃສ່ບັນລຸ​ໄດ້​ລັກສະນະ​ໝັ້ນຄົງ, ​ແລະ ​ກະຈ່າງ​ແຈ້ງ​ກວ່າ. ຫວຽດນາມ ພວມ​ປະຕິ​ຮູບ​ຂົງ​ເຂດ​ນີ້​ຢ່າງ​ແຮງ. ລະອຽດ​ແມ່ນ​ການ​ປັບປຸງ​ກົດໝາຍ​ງົບປະມານ​ແຫ່ງ​ລັດ​ເພື່ອ​ເໝາະສົມ​ກັບ​ທຳນຽມ​ສາກົນ. ທ່ານ​ນາງ Victoria Kwakwa, ​ຢືນຢັນ​ວ່າ ທະນາຄານ​ໂລກຈະ​ສືບ​ຕໍ່​ສົມທົບ​ກັບ​ກະຊວງ​ການ​ເງິນ​ຫວຽດນາມ ​ໃນ​ວິວັດ​ການ​ປະຕິ​ຮູບ​ສຳຄັນ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ