ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ກັບ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

(VOVWORLD) -ວັນທີ 20 ພຶດສະພາ, ຢູ່ແຂວງ ດົ່ງທາບ ຂອງ ຫວຽດນາມ ໄດ້ດຳເນີນເວທີປາໄສເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນ ໂຮ່ຈີມິນ ກັບ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 2 ປີ 2022. 
ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ກັບ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 1ເວທີປາໄສເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນ ໂຮ່ຈີມິນ ກັບ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ (ພາບ: VOV)

ເວທີປາໄສດັ່ງກ່າວເພື່ອແນໃສ່ເສີມຂະຫຍາຍຜະລິດຕະພັນທ່ອງທ່ຽວ, ລາຍການຮ່ວມສຳພັນການທ່ອງທ່ຽວ, ທ່າແຮງທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ໂດຍຜ່ານການເສີມຂະຫຍາຍບົດບາດຂອງວິສາຫະກິດທ່ອງທ່ຽວ, ສະມາຄົມທ່ອງທ່ຽວ. ທີ່ເວທີປາໄສ, ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າ, ໃນໄລຍະຜ່ານມາ, ການພັດທະນາ ແລະ ຍົກສູງລະບົບມູນຄ່າຂອງຜະລິດຕະພັນການທ່ອງທ່ຽວການກະສິກຳ ລະຫວ່າງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ, ບັນດາທ້ອງຖິ່ນໃນເຂດໄດ້ເອົາໃຈໃສ່ລົງທຶນຕິດພັນກັບໂຄງການສ້າງຊົນນະບົດໃໝ່. ໃນໄລຍະຈະມາເຖິງ, ວຽກງານສົ່ງເສີມການໂຄສະນາການທ່ອງທ່ຽວຂອງເຂດ ຕ້ອງສືບຕໍ່ຊຸກຍູ້. ບັນດາສະມາຄົມ, ວິສາຫະກິດທ່ອງທ່ຽວໄດ້ຢັ້ງຢືນບົດບາດຮ່ວມເດີນທາງ ແລະ ໜູນຊ່ວຍໃນວິວັດທະນາການພັດທະນາ; ສ້າງຍຸດທະສາດໂຄສະນາ, ສົ່ງເສີມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ເພື່ອພັດທະນາໃຫ້ສົມກັບຜະລິດຕະພັນທ່ອງທ່ຽວຂອງເຂດ.


ຕອບກັບ

ຂ່າວ/ບົດ​ອື່ນ