ຮ່ວມ​ເດີນ​ທາງ​ກັບ​ນັກ​ຮຽນ​ເຂດ​ພູ​ສູງ

(VOVWORLD) -ປີ 2020, ກອງທຶນເພື່ອການສຶກສາ ວື່ອາຢິ໊ງ, ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ສະຫງວນທຶນການສຶກສາ 8000 ທຶນໃຫ້ແກ່ລູກຫຼານ ຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ທະເລໝູ່ເກາະ.
ຮ່ວມ​ເດີນ​ທາງ​ກັບ​ນັກ​ຮຽນ​ເຂດ​ພູ​ສູງ - ảnh 1ກອງທຶນເພື່ອການສຶກສາ ວື່ອາຢິ໊ງ, ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາທີ່ຮັກແພງ”ມອບຂອງຂວັນໃຫ້ແກ່ບັນດາຫົວໜ່ວຍ (ພາບ: congan.com.vn)

ວັນທີ 5 ທັນວາ, ຢູ່ນະຄອນໂຮ່ຈີມິນ, ກອງທຶນເພື່ອການສຶກສາ ວື່ອາຢິ໊ງ ແລະ ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ຈັດ ລາຍການສະແດງຄວາມຮູ້ບຸນຄຸນ, ມອບໃບຍ້ອງຍໍ ໃຫ້ແກ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ທີ່ໄດ້ ຮ່ວມເດີນທາງພ້ອມ ກັບກອງທຶນໃນຄວາມມານະພະຍາຍາມສ້າງອະນາຄົດທີ່ສົດໃສ ໃຫ້ແກ່ບັນດາລູກຫຼານຂອງ ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ທະເລໝູ່ເກາະ…ປີ 2020, ກອງທຶນເພື່ອການສຶກສາ ວື່ອາຢິ໊ງ, ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ສະຫງວນທຶນການສຶກສາ 8000 ທຶນໃຫ້ແກ່ລູກຫຼານ ຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ທະເລໝູ່ເກາະ. ກອງທຶນລະດົມການປະກອບສ່ວນຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ທີ່ສະຫງວນໃຫ້ແກ່ການເຄື່ອນໄຫວຂອງກອງທຶນໄດ້ກ່ວາ 76 ຕື້ດົ່ງ. ນອກຈາກນັ້ນ, ໃນປີ 2020 ກອງທຶນກໍ່ໄດ້ຈັດຕັ້ງການໄປແຈກຢາຍເຄື່ອງບັນເທົາທຸກສອງຄັ້ງ ໃຫ້ແກ່ປະຊາຊົນຢູ່ບັນດາທ້ອງຖິ່ນ ເຂດພາກກາງ ທີ່ໄດ້ຖືກຜົນກະທົບຈາກພາຍຸນ້ຳຖ້ວມ ແລະ ມອບທຶນການສຶກສາ ກ່ວາ 1200 ທຶນ ໃຫ້ແກ່ບັນດານັກຮຽນຊົນເຜົ່າສ່ວນໜ້ອຍ ແລະ ຢູ່ເຂດທະເລໝູ່ເກາະ…

ຕອບກັບ

ຂ່າວ/ບົດ​ອື່ນ