ຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບຮອງລັດຖະ ມົນຕີການຕ່າງປະເທດເບລາຣຸດ

ຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບຮອງລັດຖະ ມົນຕີການຕ່າງປະເທດເບລາຣຸດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai
ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເບ​ລາຣຸດ
(ພາບ: chinhphu.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 5/11, ຢູ່​ສຳນັກງານ​ລັດຖະບານຫວຽດນາມ, ທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເບ​ລາຣຸດ Sergey Aleinik ທີ່​ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ​ເບ​ລາຣຸດ ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ວິທະຍາສາດ ​ເຕັກນິກ ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຖື​ວ່າ ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ສົມ​ທົບ​ກັນ​ຊຸກຍູ້​ບົດບາດ, ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມາ​ທິການ​ລະ​ຫວ່າງ​ລັດຖະບານ, ບັນດາກຸ່ມ​ຮ່ວມ​ມື​ສະ​ເພາະຂະ​ແໜງ​ ​ເພື່ອ​ສ້າງ​ບັນດາ​ບໍລິສັດ​ຮ່ວມທຸ​ລະ​ກິດ, ຍູ້​ແຮງ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ສອງ​ປະ​ເທດ, ຂໍ້​ຕົກລົງ​ລະຫວ່າງ​ຫວຽດນາມ ກັບ ພັນທະ​ພາບພາສີ​ເບ​ລາຣຸດ - ລັດ​ເຊຍ - ກາຊັກສຖານ ​ເປັນ​ພື້ນຖານ​​ເພື່ອເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ຝ່າຍ​ຕ່າງໆ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ. ທ່ານ​ຮອງ​ລັດຖະມົນຕີ Sergey Aleinik ​ຢືນຢັນ​ວ່າ ຍາມ​ໃດ​ເບ​ລາຣຸດ ກໍ​ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໃນ​ພາກ​ພື້ນ​ອາຊີ ​ແລະ ສອງ​ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ກາລະ​ໂອກາດ​ຫຼາຍ​ຢ່າງ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ​ໃນ​ນັ້ນ​ມີ​ເສດຖະກິດ, ການ​ຄ້າ, ຍູ້​ແຮງ​ການທ່ອງທ່ຽວ ​ແລະ ການ​ສຶກສາ.

ຂ່າວ/ບົດ​ອື່ນ