ຮອງນາຍົກລັດຖະມົນຕີ Vu Van Ninh ຕ້ອນຮັບຄະນະຜູ້ມີຄຸນງາມຄວາມດີ ຕໍການປະຕິວັດກາເມົາ

ຮອງນາຍົກລັດຖະມົນຕີ Vu Van Ninh ຕ້ອນຮັບຄະນະຜູ້ມີຄຸນງາມຄວາມດີ ຕໍການປະຕິວັດກາເມົາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ແລະ
ຄະນະ​ຜູ້​ແທນ​ຜູ້​ທີ່ມີ​ຄຸນງາມຄວາມດີ​ຂອງ​ແຂວງ​ກາ​ເມົາ
( ພາບ: .chinhphu.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 14/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ໃຫ​້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຜູ້​ທີ່ມີ​ຄຸນງາມຄວາມດີ​ຕໍ່ການປະຕິວັດຂອງ​ແຂວງ​ກາ​ເມົາ. ນະທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ຢືນຢັນ​ວ່າ; ຍາມ​ໃດພັກ, ລັດ ​ແລະ ປະຊາຊົນ ກໍຮູ້​ບຸນຄຸນ​ຕໍ່ການ​ເສຍສະຫຼະ, ການ​ປະກອບສ່ວນ​ຂອງ​ບັນດາ​ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ທະ​ຫານ​​ເສຍ​ອົງຄະ, ບັນດາ​ນັກຮົບ​​ເກົ່າ, ​ຊາວ​ໜຸ່ມ​ຕະລຸມບອນ, ຄອບຄົວ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ຢູ່​ແຂວງ​ກາ​ເມົາ ​ໃນ​​ພາລະກິດ​ຕໍ່ສູ້ຍາດ​​ເອົາ​ເອກະລາດ​ ເສລີ​​ພາບໃຫ້​ແກ່ປະ​ເທດ​ຊາດ. ຍາມ​ໃດພັກ, ລັດ ກໍ​ເອົາ​ໃຈ​ໃສ່ ​ແລະ ​ຈະເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຍົກ​ສູງ​ຊີວິດ​ດ້ານ​ວັດ​ຖຸ, ​ຈິດ​ໃຈ​ຂອງ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ​້ທີ່ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ​ແຂວງ​ກາ​ເມົາ ​ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​​ຮຽກຮ້ອງ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ແຂວງ​ກາ​ເມົາ ຄວນ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ທາງສັງຄົມ, ຕອບ​ບຸນ​ແທນ​ຄຸນ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາຄິດ​ຮອດ​ຄຸນ​ນ້ຳ, ​ເພື່ອ​ໃຫ້​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ຕອບ​ບຸນ​ແທນ​ຄຸນ​​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດນັບ​ມື້​ນັບ​ດີກ​ວ່າ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ມອບຂອງຂວັນ​ໃຫ້​ບັນດາ​ຜູ້​​ແທນທີ່​ມີ​ຄຸນງາມຄວາມດີ​ຂອງ​ແຂວງ​ກາ​ເມົາ.

ຂ່າວ/ບົດ​ອື່ນ