ຮອງນາຍົກລັດຖະມົນຕີ Vu Van Ninh ອວຍພອນ ບຸນ Chol Chnam Thmay ຂອງຊາວຂະແມ

ຮອງນາຍົກລັດຖະມົນຕີ Vu Van Ninh ອວຍພອນ ບຸນ Chol Chnam Thmay ຂອງຊາວຂະແມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ອວຍພອນບຸນ
Chol Chnam Thmay ບັນດາຄູບາອາຈານ
(ພາບ: chinhphu.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 5/4, ຢູ່​ນະຄອນ ​ເກີນ​ເທີ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ຜູ້​ແທນ​ກ່ວາ 500 ຄົນ ​ເຊິ່ງ​ແມ່ນ​ການ​ນຳ​ແຂວງ, ນະ​ຄອນ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ບັນດາ​ຄູບາ​ອາຈານ, ພະນັກງານ, ນັກຮຽນ ຜູ້​ມີ​ຍົດ​ສັກ ຊາວ​ເຜົ່າ​ຂະ​​ແມ ​ເນື່ອງ​ໃນ​ໂອກາດ​ບຸນ Chol Chnam Thmay ປີ 2012, ທ່ານຮອງ​ນາຍົກລັດຖະມົນຕີ Vu Van Ninh, ຫົວໜ້າ​ຄະນະ​ຊີ້ນ​ຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຢືນຢັນ​ວ່າ: ​ໄລຍະ​ຜ່ານ​ມາ, ຊີວິ​ດການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ. ທ່ານ​ຮອງນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ສືບ​ຕໍ​ສົມທົບ​ກັບທ້ອງ​ຖີ່​ນ ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ໃຫ້​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ຫຼາຍ​ກ່ວາ​ອີກ, ພິ​ເສດ, ບັນດາ​ແຂວງ,​ນະຄອນ​ໃນ​ເຂດ​ຄວນ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ຊາວ​ເຜົ່າ ຂະ​ແມ​ທີ່​ພວມ​ປະສົມ​ກັບ​ຄວາມ​ຫຍູ້​ງຍາກ​ຢ່າງ​ທັນ​ການ​ເພື່ອ​ໃຫ້​ເຂົາ​ເຈົ້າໄດ້​ຕ້ອນຮັບ​ບຸນ ​Chol Chnam Thmay ​ຢ່າງ​ອົບ​ອຸນ, ມ່ວນ​ຊື່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຫວັງ​ວ່າ​ພໍ່​ແມ່​ປະຊາຊົນ ຂະ​ແມ​ສືບ​ຕໍ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ ຮຽງບ່າ​ຮຽງ​ໄຫລ່ ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຜ່ານ​ຜ່າ​ຄວາມ​ທຸກ​ຍາກອຶດຫິວ​, ພັດທະນາ​​ເສດຖະກິດ​ຄອບຄົວ, ກໍ່ສ້າງ​ກຸ່ມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ.

ຂ່າວ/ບົດ​ອື່ນ