ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ຕັດແຖບຜ້າເປີດສະຫຼອງເສັ້ນທາງຄວາມໄວສູງ ດ່ານັ້ງ - ກວາງຫງາຍ

(VOVWORLD) - ເສັ້ນທາງໄດ້ຮັບການສ້າງສຳເລັດຈະຊ່ວຍຫລຸດເວລາໄປຈາກ ດ່ານັ້ງ ໄປ ກວາງຫງາຍ ລົງເຫຼືອພຽງກ່ວາ 1 ຊົ່ວໂມງ.
ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ຕັດແຖບຜ້າເປີດສະຫຼອງເສັ້ນທາງຄວາມໄວສູງ ດ່ານັ້ງ - ກວາງຫງາຍ - ảnh 1 ບັນດາຜູ້ແທນທີ່ພິທີ

ຕອນເຊົ້າວັນທີ 2 ກັນຍາ, ຢູ່ ກວາງນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢູ້ງ ໄດ້ຕັດແຖບຜ້າເປີດສະຫຼອງເສັ້ນທາງຄວາມໄວສູງ ດ່ານັ້ງ - ກວາງຫງາຍ. ເສັ້ນທາງມີລວງຍາວທັງໝົດກ່ວາ 139 ກມ, ດ້ວຍເງິນລົງທຶນກ່ວາ 34,5 ພັນຕື້ດົ່ງ. ເສັ້ນທາງໄດ້ຮັບການສ້າງສຳເລັດຈະຊ່ວຍຫລຸດເວລາໄປຈາກ ດ່ານັ້ງ ໄປ ກວາງຫງາຍ ລົງເຫຼືອພຽງກ່ວາ 1 ຊົ່ວໂມງ.

        ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໄດ້ຕີລາຄາວ່າ ເສັ້ນທາງຄວາມໄວສູງ ດ່ານັ້ງ - ກວາງຫງາຍ ແມ່ນໂຄງການພື້ນຖານໂຄງລ່າງຄົມມະນາຄົມທີ່ສຳຄັນ ຊຸກຍູ້ການພັດທະນາຂອງບັນດາເຂດເສດຖະກິດຈຸດສຸມຂອງພາກກາງ. ໂຄງການຈະຊຸກຍູ້ການເຊື່ອມຕໍ່, ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ທົ່ວປະເທດເວົ້າລວມ ແລະ 3 ແຂວງ, ນະຄອນທີ່ໂຄງການໄປຜ່ານເວົ້າສະເພາະ. ນອກນັ້ນ, ເສັ້ນທາງຍັງປະກອບສ່ວນເຊື່ອມຕໍ່ການຂົນສົ່ງສາກົນຂອງເຂດ ເສດຖະກິດ 3 ຫຼ່ຽມລະຫວ່າງລາວ, ກຳປູເຈຍ ແລະ ຫວຽດນາມ ຜ່ານແລວເສດຖະກິດ ຕາເວັນອອກ ຕາເວັນຕົກໄປເຖິງບັນດາທ່າກ່ຳປັ່ນພາກກາງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ