ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະ ຜູ້ແທນພຸດທະສາສະໜາກຳປູເຈຍ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະ ຜູ້ແທນພຸດທະສາສະໜາກຳປູເຈຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ຕ້ອນຮັບ
ພະ​ມະຫາ​ອາຈານ Tep Vong ພຸດທະສາສະໜາ​ລາ​ຊະ​ອານາຈັກກຳປູ​ເຈຍ
( ພາບ: .chinhphu.vn )


(vovworld) – ​    ຕອນ​ບ່າຍ​ວັນ​ທີ 11/7, ຢູ່​ສຳນັກງານ​ລັດຖະບານ,​ ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​​ໃຫ້ການຕ້ອນຮັບ​ຄະນະຜູ​້ແທນ​ພຸດທະສາສະໜາ​ລາ​ຊະ​ອານາຈັກກຳປູ​ເຈຍ ​​ໂດຍພະ​ມະຫາ​ອາຈານ Tep Vong ​ເປັນ​ຫົວໜ້າ​ຄະນະ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຊີ້​ແຈ້ງວ່າ, ຫວຽດນາມ ​ເຄົາລົບ​ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໃສສາສະໜາຂອງ​ປະຊາຊົນ, ພ້ອມ​ກັນ​ນັ້ນ​ກໍ​ຮັບ​ຮູ້, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັນ​ດີງາມກ່ຽວ​ກັບ​ຄຸນສົມບັດ ​ແລະ ວັດທະນະທຳ​ຂອງ​ການ​​ເຊື່​ອຖື​ສາສະໜາ​ພຸດ, ຖື​ການ​​ເຊື່ອ​ຖື​ສາສະໜາ​ແມ່ນ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ, ​ວົງ​ຄະນະ​ຍາດ​ສາສະ​ນິກກະ​ຊົນແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ແລະ ກຳ​ປູ​ເຈຍ ຄວນ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາສະໜາ​ກວ່າ​ອີກ ​ເພື່ອ​ປະ​ກອບ​ສ່ວນຢ່າງ​​ຕັ້ງໜ້າເຂົ້າ​ໃນ​ວຽກ​ງານ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ