ຮອງນາຍົກລັດຖະມົນຕີ ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ກວາງນາມ

ຮອງນາຍົກລັດຖະມົນຕີ ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ກວາງນາມ - ảnh 1
ຮອງນາຍົກລັດຖະມົນຕີ ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ກວາງນາມ
(ພາບ: baoquangnam.com.vn)

(Vovworld) - ​ຕອນ​ບ່າຍວັນ​ທີ 6/3, ​ທ່ານຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້ໄປ​ຢ້ຽມ​ຢາມ ແລະ ໂ​ອ້ລົມ​ກັບ​ພະ​ນັກ​ງາ​ນຫຼັກ​ແຫ​ລ່ງ ແຂວງກວາງ​ນາມ ​ເນື່ອງໃນ​ໂອ​ກາດ​ໄປ​ປະ​ຕິ​ບັດ​ງານ ຢູ່​ບັນ​ດາ​ແຂວງ​ພາກ​ກາງ. ພາຍຫຼັງ​ເກ​ືອບ 20 ປີ ແຫ່ງ​ການສ້າງຕັ້ງ​ຄືນ​ໃໝ່ ແຂວງກວາງ​ນາມ​ ມີ​ບາດ​ກ້າວ​​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ, ​ຖືກ​ຈັດ​ເຂົ້າ 1 ໃນຈຳ​ນວນ 12 ແຂວງ, ນະ​ຄອນ​ທ​ີ່​ມີ​​ແຫຼ່ງລ​າຍ​ຮັບ​ງົບ​ປະ​ມານ​ສູງ​ສຸດ​ຂອງ​ປະ​ເທດ. ພິ​ເສດ, ແມ່ນແຂວງ​ສ້າງ​ໄດ້​ເຂດ​ເສດ​ຖະ​ກິດ​ເປີດ ຈູ​ລາຍ ທີ່​ມີ​ຂອບ​ຂະ​ໜາດ​ນັບສິບພັນ​ເຮັກ​ຕາ, ດ້ວຍ​ຈຸດ​​ພົ້ນ​ເດັ່ນ​ແມ່ນ​ເຂດ​​ຜະ​ລິດ​ລົດ​ໂອ​ໂຕ​ ຈູ​ລາຍ-ເຈ​ື່ອງ​ຮາຍ, ສ້າງ​ຜະ​ລິດ​ຕະ​ພັນອຸດ​ສາ​ຫະ​ກຳ​ຕົ້ນ​ຕໍ, ປະ​ກອບ​ສ່ວນ​ໃນ​ການ​ຫັນ​ປ່ຽນ​ໂຄງ​​ປະ​ກອບເສດ​ຖະ​ກິດ​ຂອງ​ແຂວງ. ທ່ານຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ສະ​ເໜີ​ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກພັກ, ​ນັກ​ທຸ​ລະ​ກິດ​ແຕ່​ລະ​ຄົນ​ຕ້ອງ​ ປ່ຽນ​ໃໝ່​ຈີນ​ຕະ​ນາ​ການ​ ເພື່ອ​ຕອບ​ສະ​ໜອງ​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ກາ​ນ ​ຂອງ​​ໄລ​ຍະ​ໃໝ່.

 

 “ ພວກ​ເຮົາ​ຕ້ອງ​ຫັນ​ກາ​ລະໂອ​ກາດ ​ໃຫ​້​ປະ​ກົດ​ຜົນ​ເປັນເປັນ​ຈິງ ​ເພື່ອ​ໃຫ້​ແຂວງກວາງ​ນາມ ພັດ​ທະ​ນາຫຼາຍກວ່າອີກ, ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ຜະ​ລິດ​ຕະ​ພັນ​ເພື່ອສົ່ງ​ອອກ. ຕ້ອງ​ກະ​ກຽມ​ຈິດ​ໃຈ, ທ່າ​ແຮງ, ຄວາມ​ສ​າ​ມາດ​ເຊື່ອມ​ໂຍງ​ເພື່ອ​ພັດ​ທະ​ນາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ນຳ​ແຂວງ, ເມືອງ, ​ຕາ​ແສງ​ ຈະ​ຮັບ​ຮູ້​ບັນ​ຫານີ້​ເລິກ​ເຊິ່ງກວ່າ​​ອີກ. ນອກ​ຈາກນັ້ນ, ແນວ​ໂຮມ​​ປະ​ເທດ​ຊາດ ຢູ່​ທ້ອງ​ຖີ່ນ​ຕ້ອງຊາບ​ຊຶມ​ເພື່ອໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ພ້ອມ​ກັນ​ພັດ​ທະ​ນາ.

ໃນ​ຕອນ​​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່ໄດ້​ໄປ​ຢ້ຽມ​​ຢາມ​ບັນ​ດາ​​ວິ​ສະ​ວະ​ກອນ, ພະ​ນັກ​ງານ, ພະ​ລາກອນ ໂຮງ​ງານ​ຜະ​ລິດ ແລະ ປະ​ກອບ​ລົດ​ໂອ​ໂຕ ຈູ​ລາຍ-ເຈື່ອງ​​ຮາຍ ຢູ່​ເມືອງ ນຸ໋ຍ​ແ​ທ່ງ, ແຂວງ​ກວາງ​ນາມ”.


ຂ່າວ/ບົດ​ອື່ນ