ຮອງນາຍົກລັດຖະມົນຕີ ຝ້າມບິງມິນ ເຈລະຈາກັບເລຂາທິການໃຫຍ່ປະຊາຄົມພາສາຝະລັ່ງ


ຮອງນາຍົກລັດຖະມົນຕີ ຝ້າມບິງມິນ ເຈລະຈາກັບເລຂາທິການໃຫຍ່ປະຊາຄົມພາສາຝະລັ່ງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ແລະ ທ່ານ​​ນາງເລ​ຂາ​ທິ​ການ​ໃຫຍ່​ປະ​ຊາ​ຄົມ​ພາ​ສາ​ຝະ​ລັ່ງ Michaelee Jean

(vovworld)- ຕອນ​ເຊົ້າ​ວັນ​ທີ 12/10, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​​ນາງເລ​ຂາ​ທິ​ການ​ໃຫຍ່​ປະ​ຊາ​ຄົມ​ພາ​ສາ​ຝະ​ລັ່ງ Michaelee Jean. ທີ່​ການ​ເຈ​ລະ​ຈາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ຢືນ​ຢັນ​ວ່າ ປະ​ຊາ​ຄົມ​ພາ​ສາ​ຝະ​ລັ່ງແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຫວຽດ​ນາມ. ທ່ານ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ປະ​ຊາ​ຄົມ​ພາ​ສາ​ຝະ​ລັ່ງ​ທີ່​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື ພ້ອມ​ກັບ​ບັນ​ດາ​ຂົງເຂດຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ, ຜ່ານນັ້ນ ກໍ​ເພີ່ມ​ທະ​ວີ​ພະ​ລັງ​ຊີ​ວິດ​ຂອງ ປະ​ຊາ​ຄົມ​ພາ​ສາ​ຝະ​ລັ່ງ ແລະ ຕອບ​ສະ​ໜອງ​ຄ​ສາມ​ຄອງ​ຄອຍຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

    ສ່ວນທ່ານ​​ນາງເລ​ຂາ​ທິ​ການ​ໃຫຍ່​ປະ​ຊາ​ຄົມ​ພາ​ສາ​ຝະ​ລັ່ງ Michaelee Jean ກໍ​ໄດ້​ຢືນ​ຢັນ​ວ່າ ປະ​ຊາ​ຄົມ​ພາ​ສາ​ຝະ​ລັ່ງ ພ້ອມ​ແລ້ວ​ຫນູນ​ຊ່ວຍຫວຽດ​ນາມ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ແລະ ທາງ​ປະ​ຊາ​ຄົມ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມກ່ຽວ​ກັບ​ການ​ສອນ​ພາ​ສາ​ຝະ​ລັ່ງ ແລະ ສອນ​ດ້ວຍ​ພາ​ສາ​ຝະ​ລັ່ງ, ໜູນ​ຊ່ວຍ​ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ.ປ.ຊ.
ຂ່າວ/ບົດ​ອື່ນ