ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບ ເອກອັກຄະລັດຖະທູດ ອາກເມນີ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບ ເອກອັກຄະລັດຖະທູດ ອາກເມນີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ງ
​ເອກ​ອັກຄະ​ລັດຖະທູດ ອາກ​ເມ​ນີ ປະຈຳ​ຫວຽດນາມ
(ພາບ: VGP)


(vovworld) –  ວັນ​ທີ 14/07, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ ອາກ​ເມ​ນີ ປະຈຳ​ຫວຽດນາມ Raisa Vardanyan. 2 ຝ່າຍ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ຕ້ອງ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ຢ່າງ​ຕັ້ງໜ້າ, ນັບ​ທັງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ສຳ​ເລັດ​ກົນ​ໄກ​ກົດໝາຍ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ຕົກລົງ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ. ທ່ານ​​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ງ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ອາກ​ເມ​ນີ ​ເປີດ​ສະຖານທູ​ດປະຈຳ​ຫວຽດນາມ, ຖື​ນີ້​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ເພີ​ມທະວີ​ການ​ພົວພັນ 2 ຝ່າຍ, ສະ​ເໜີ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນບົນ​ເວທີ​ປາ​ໄສ​ສາກົນ. ທ່ານນາງເອກ​ອັກຄະ​ລັດຖະທູດ Raisa Vardanyan ​ໄດ້ສະ​ແດງ​ຄວາມວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ່​ຫວ່າງ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຖື​ວ່າ ທຸກໆ​ບັນ​ຫາຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ