ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະເຈລະຈາກັບລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືອາຟາລິກາໃຕ້

(VOVWORLD) - ຕອນບ່າຍວັນທີ 7 ກັນຍາ, ທີ່ຮ່າໂນ້ຍ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ພົບປະເຈລະຈາກັບ ທ່ານນາງ Maite Nkoana Mashabane, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືອາຟາລິກາໃຕ້. 
ຮອງນາຍົກລັດຖະມົນຕີ  ຟ້າມບິ່ງມິງ ພົບປະເຈລະຈາກັບລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືອາຟາລິກາໃຕ້ - ảnh 1 ການເຈລະຈາລະຫວ່າງ 2 ຝ່າຍ

ທີ່ການພົບປະ, ສອງຝ່າຍເຫັນດີເປັນເອກະພາບ ຄວນສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ລະຫວ່າງພັກ, ລັດ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ການພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ຍົກສູງນ້ຳໃຈສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາງລັດຖະມົນຕີ Maite Nkoana Mashabane ຢືນຢັນ ຕັດສິນໃຈນຳວົງເງິນການຄ້າສອງຝ່າຍຂຶ້ນເຖິງລະດັບ 2 ຕື້ USA ຕໍ່ປີ ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງສອງຝ່າຍໂດຍໄວ ແລະ ເປັນເອກະພາບຕໍ່ມາດຕະການຫຼາຍຢ່າງ ເພື່ອບັນລຸໄດ້ເປົ້າໝາຍນີ້, ໃນນັ້ນມີການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ, ການຕະຫຼາດ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງຝ່າຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາງລັດຖະມົນຕີ Maite Nkoana Mashabane ກໍ່ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຍູ້ແຍງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນິຕິບັນຍັດ, ການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຊີ…ສອງຝ່າຍໃຫ້ຄຳໝັ້ນສັນຍາ ສືບຕໍ່ເພີ່ມທະວີການແລກປ່ຽນ, ສົມທົບກັນທີ່ບັນດາເວທີປາໄສຫຼາຍຝ່າຍ. ສອງຝ່າຍກໍ່ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຢູ່ແຕ່ລະປະເທດ ແລະ ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ