ຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເຮັດວຽກກັບແຂວງ ແທງຮ໋ວາ ກ່ຽວກັບສະພາບຝົນຕົກນ້ຳຖ້ວມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຊີ້ນຳແຂວງ ແທງຮ໋ວາ ສືບຕໍ່ໃຫ້ບຸລິມະສິດສຸມໃສ່ຊອກຫາຄົນຫາຍສາບສູນ; ໜູນຊ່ວຍປະຊາຊົນທີ່ຖືກຜົນສະທ້ອນເພື່ອກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ
 
ຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເຮັດວຽກກັບແຂວງ ແທງຮ໋ວາ ກ່ຽວກັບສະພາບຝົນຕົກນ້ຳຖ້ວມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ລົງກວດກາສະພາບການນ້ຳຖ້ວມຢູ່ ແທງຮ໋ວາ

ບໍ່ຕ້ອງຖືເບົ່າວຽກງານການຮັບມືກັບສະພາບຝົນຕົກນ້ຳຖ້ວມ - ນີ້ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບີ່ງມິງ ໃນການເຮັດວຽກກັບການນຳແຂວງ ແທງຮ໋ວາ ໃນວັນທີ 15 ຕຸລາ, ກ່ຽວກັບສະພາບການແກ້ໄຂຜົນເສຍຫາຍຈາກສະພາບຝົນຕົກນ້ຳຖ້ວມຫວ່າງແລ້ວນີ້ ພ້ອມທັງຮັບມືກັບບັນດາການຜັນແປຂອງພາຍຸ Khanun. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຊີ້ນຳແຂວງ ແທງຮ໋ວາ ສືບຕໍ່ໃຫ້ບຸລິມະສິດສຸມໃສ່ຊອກຫາຄົນຫາຍສາບສູນ; ໜູນຊ່ວຍປະຊາຊົນທີ່ຖືກຜົນສະທ້ອນເພື່ອກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ; ພ້ອມທັງ ເອົາໃຈໃສ່ເປັນພິເສດເຖິງວຽກງານຮັບປະຫຼັກອະນາໄມສິ່ງແວດລ້ອມ, ນ້ຳສະອາດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຮຽກຮ້ອງໃຫ້ແຂວງ ແທງຮ໋ວາ ຍາມໃດກໍ່ລະມັດລະວັງ, ກວດກາສະພາບການ, ພິເສດແມ່ນລະບົບຄັນຄູ; ມີວິທີການ, ມາດຕະການທີ່ຈຳເປັນ, ຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ, ມີຄວາມສ່ຽງຖືກນ້ຳຖ້ວມ, ດິນເຊາະເຈື່ອນ.

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ໄປກວດກາລະບົບຄັນຄູຢູ່ແມ່ນ້ຳ ຈູ ຖືກເຊາະເຈື່ອນຢູ່ຕາແສງ ເທາະເຈື່ອງ, ເມືອງ ເທາະຊວນ, ຢ້ຽມຢາມບັນດາຄອບຄົວທີ່ຖືກຜົນສະທ້ອນຍ້ອນຝົນຕົກ, ນ້ຳຖ້ວມ ຢູ່ຕາແສງຊວນເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ