ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ໂອ​້​ລົມ​​ທາງ​ໂທ​ລະ​ສັບ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​.ເກົາຫຼີ

(VOVWORLD) -ວັນທີ 23 ກໍລະກົດ 2020, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Kang Kyung Wha ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາການຮ່ວມມືໃນການຮັບມືກັບໂລກລະບາດ Covid – 19 ແລະ ຟື້ນຟູເສດຖະກິດສອງຝ່າຍ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ໂອ​້​ລົມ​​ທາງ​ໂທ​ລະ​ສັບ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​.ເກົາຫຼີ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Kang Kyung Wha ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ

(ພາບ: Baoquocte.vn) 

ສອງຝ່າຍໄດ້ແບ່ງປັນບົດຮຽນ, ປະສົບການກ່ຽວກັບການຄວບຄຸມໂລກລະບາດ Covid – 19 ຢູ່ແຕ່ລະປະເທດ, ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນບັນດາຂົງເຂດເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ເຫັນດີເປັນເອກະພາບຕໍ່ການນຳໃຊ້ບັນດາມາດຕະການໃຫ້ເໝາະສົມກັບສະພາບການໃຫມ່. ທ່ານ ຟ້າມບິ່ງມິງ ໄດ້ແຈ້ງໃຫ້ຊາບວ່າ: ຫວຽດນາມ ພວມພິຈາລະນາເປີດສາຍການບິນການຄ້າກັບບັນດາປະເທດຄືນໃໝ່ໃນນັ້ນມີ ສ.ເກົາຫຼີ, ທ່ານກໍ່ສະເໜີໃຫ້ ສ.ເກົາຫຼີເພີ່ມທະວີການຮ່ວມມືໃນ ຂອບເຂດອາຊຽນ - ສ.ເກົາຫຼີ, ແມ່ນ້ຳຂອງ - ສ.ເກົາຫຼີ ກໍ່ຄືໜູນຊ່ວຍ, ເຂົ້າຮ່ວມບັນດາໂຄງການທົດລອງ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງອະນຸພາກພື້ນແມ່ນ້ຳຂອງ.

        ສ່ວນທ່ານ Kang Kyung Wha ໄດ້ເຫັນດີເປັນເອກະພາບຕໍ່ການສືບຕໍ່ບັນດາມາດຕະການໜູນຊ່ວຍບັນດາວິສາຫະກິດ, ຍູ້ແຮງການດຳເນີນທຸລະກິດ ແລະ ມາລົງທຶນຢູ່ຫວຽດນາມ, ທ່ານກໍ່ຢັ້ງຢືນວ່າ ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືໃນບັນດາກົນໄກຂອງອາຊຽນ ແລະ ອະນຸພາກພື້ນແມ່ນ້ຳຂອງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ