ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີ ການຄ້າ ແລະ ການລົງທຶນ ແດນມາກ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີ ການຄ້າ ແລະ ການລົງທຶນ ແດນມາກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ
​ຕ້ອນຮັບ​ທ່ານລັດຖະມົນຕີ​ການ​ຄ້າ ​ແລະ ການ​ລົງທຶນ ​ແດນ​ມາກ
(ພາບ: tintuc.vnn.vn)

(vovworld) -     ວັນ​ທີ 07/03, ທີ່​ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ການ​ຄ້າ ​ແລະ ການ​ລົງທຶນ ​ແດນ​ມາກ Pia Olsen Dyhr ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ຍາມ​ໃດຫວຽດນາມ ກໍ​ຖື​ແດນ​ມາ​ກ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ ຢູ່​ເອີ​ລົບ​ ​ແລະ ສະ​ເໜີ​ໃຫ້​ແດນ​ມາກ ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU, ກໍ​ຄື​ເລື່ອງ EU ຮັບ​ຮູ້​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດ​ສຳລັບ​ຫວຽດນາມ ​ໂດຍ​ໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ສະ​ເໜີ​ໃຫ້​ທ່ານ​ລັດຖະມົນຕີ Pia Olsen Dyhr ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ​ໂດ​ຍສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ແດນ​ມາ​ກ ມີ​ທ່າ​ແຮງ. ສ່ວນ​ທ່ານ​ລັດຖະມົນຕີ Pia Olsen Dyhr ຢືນຢັນຈະ​ເຮ​ັດຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ. ທ່ານ​ລັດຖະມົນຕີ Pia Olsen Dyhr ກໍ​ສະ​ເໜີ​​ໃຫ້​ລັດຖະບານ​ຫວຽດນາມ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ຂອງ​ແດນ​ມາກ ທີ່​ລົງ​ທຶນ​ໄລຍະ​ຍາວ​ຢູ່​ຫວຽດນາມ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ