ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຮຸ່ງກາລີ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຮຸ່ງກາລີ - ảnh 1
(ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ຕ້ອນຮັບ​
ທ່ານ​ນາງ Torda Eszter, ​ເອກ​ອັກຄະ​ລັດຖະທູດຮົງ​ກາລີ ປະຈຳ​ຫວຽດນາມ)


(vovworld) –  ຕອນ​ບ່າຍ​ວັນ​ທີ 30/07, ຢູ່​ສຳນັກງານ​ລັດຖະບາ​ນ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Torda Eszter, ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສ.ຮຸ່ງ​ກາລີ ປະຈຳ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​​ເຖິງບົດບາດຂອງສະຖານທູດ​ຮຸ່ງ​ກາລີ ປະຈຳ​ຫວຽດນາມ ​ໃນ​ການປະກອບສ່ວນ​ເພີ່ມ​ທະວີ, ປັບປຸງ​ການ​ພົວພັນ​ລະຫວ່າງ​ກະຊວງ​ຍຸ​ຕິ​ທຳ ​ແລະ ບັນດາ​ອົງການ​ພາຍ​ໃນ​ຂອງ​ລັດຖະບານ​ຫວຽດນາມ ​ແລະ ຮຸ່ງ​ກາລີ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ຮຸ່ງ​ກາລີ ສືບ​ຕໍ່​ຍູ້​ແຮງ​ການ​ລົງ​ນາມ​ໃນ​ສັນຍາ​ແມ່​ກ່ຽວ​ກັບ​ດ້ານ​ການ​​ເງິນກັບ​ຫວຽດນາມ ​ເພື່ອ​ຮັບປະກັນ​ຮັກສາ​ແຫຼ່ງທຶນໃຫ້​ແກ່​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ບັນດາ​​ໂຄງການ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ພື້ນຖານ​ດ້ານ​ຂໍ້​ມູນ​ແຫ່ງ​ຊາດກ່ຽວ​ກັບ​ພົນລະ​ເມືອງ, ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ສ້າງ​ກົດໝາຍ, ປະຕິ​ຮູບ​ຕຸລາການ.

        ທ່ານ​ນາງ Torda Eszter ​ເນັ້ນ​ໜັກ​ວ່າ, ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຮຸ່ງ​ກາ​ລີ ຈະ​ສືບ​ຕໍ່​​ເພີ່ມ​ທະວີ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະອຽດ.

ຂ່າວ/ບົດ​ອື່ນ