ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ VOV ໄຕຫງວຽນ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ VOV ໄຕຫງວຽນ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຢ້ຽມຢາມ VOV ​ໄຕ​ຫງວຽນ)


(vovworld) - ​ໃນ​ຂອບ​ເຂດ​ການ​ໄປ​ປະຕິບັດ​ງານ​ຢູ່​ໄຕ​ຫງວຽນ, ຕອນ​ຄໍ່າ​ວັນ​ທີ 17 ກັນຍາ, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ, ​ໂດຍ​ທ່ານ​ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າ, ​ໄດ້​​ໄປ​ຢ້ຽມຢາມ​ພະນັກ​ງານ, ພາລະ​ກອນ​ ​ວິທະຍຸ​ກະຈາຍ​ສຽງຫວຽດນາມ (VOV) ປະຈຳ​ເຂດ​ໄຕ​ຫງວຽນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ VOV ປະຈຳ​​ເຂດໄຕ​ຫງວຽນ ທັງ​​ເຮັດ​ວຽກ​ງານ​ໂຄສະນາ​ຂ່າວສານ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ທັງ​ເຮັດ​ລາຍການ​ກະຈາຍສຽງ​ດ້ວຍ 6 ພາສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢູ່​​ໃນເຂດຄື ຢາ​ຣາຍ, ບາ​ນາ, ​ເອ​ເດ, ​ເກີ​ຮໍ, ​ເມື​ນົງ, ​ເຊ​ດັງ, ສະ​ນັ້ນ ​ພະນັກງານ, ພາລະ​ກອນ​ທັງ​ໝົດ​ຕ້ອງ​ມີ​ສະຕິກ່ຽວ​ກັບ​ບົດບາດ, ຄວາມຮັບຜິດຊອບ​ຂອງ​ຕົນກວ່າອີກ.

        “​ເຂດ​ໄຕ​ງວຽນ ລວມມີ 5 ​ແຂວງ, ດ້ວຍ​ທີ່​ຕັ້ງ​ດ້ານພູມ​ສາດການ​ເມືອງ​ທີ່​ສຳຄັນ, ​ເຂດ​ຊາວ​ຊົນ​ເຜົ່າ​ອ້າຍ​ນ້ອງ, ​ແມ່ນ​ແຫ່ງ​ທີ່​ວາງ​ອອກຫຼາຍ​ບັນຫາ​ ບໍ່​ພຽງ​ແຕ່​ການ​ສ້າງ​ເສດຖະກິດ​​ເທົ່າ​ນັ້ນ ຫາກ​ຍັງ​ບັນຫາ​ປ້ອງ​ກັນຊາ​ດ, ປ້ອງກັນ​ຄວາມ​ສະຫງົບ​ອີກ​ດ້ວຍ. ​ໃນ​ສະພາບ​ຄື​ແນວ​ນັ້ນ, ບັນດາ​ສະຫາຍ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ ​ເພື່ອ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ສາກົນ​ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບເຂດ​ດິນ​ທີ່​ເປັນ​ມູນ​ເຊື້ອ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງຄື​ເຂດ​ໄຕ​ຫງວຽນ ຂອງ​ພວກ​ເຮົາ”.

ຂ່າວ/ບົດ​ອື່ນ