ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມແລະອວຍພອນ ປີໃໝ່ຢູ່ແຂວງຮ່ານາມ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມແລະອວຍພອນ ປີໃໝ່ຢູ່ແຂວງຮ່ານາມ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່ຢູ່​ແຂວງ​ຮ່າ​ນາມ
(ພາບ: hanam.gov.vn)


(vovworld) – ວັນ​ທີ 24/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ​ຮ່າ​ນາມ, ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ມະ​ແມ 2015. ທ່ານ​ຮອງ​ນາຍົກລັດ ຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ​ແຂວງຮ່າ​ນາມ ມີ​ເນື້ອ​ທີ່​ນ້ອຍ ​ແຕ່​​ລະດັບ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນສູງ, ພູມ​ສາດ​ສະດວກ, ​ຕິດ​ກັບ​ນະຄອນຫຼວງ​, ສະ​ນັ້ນ​ຄວາມ​ຕ້ອງການ​ພັດທະນາ​​ແມ່ນ​ໃຫຍ່​ຫຼວງທີ່​ສຸດ. ດັ່ງ​ນັ້ນ, ປີ 2015, ​ແຂວງ​ຮ່າ​ນາມ ຄວນ​ມີ​ມາດ​ຕະການ​ຢ່າງ​ລະອຽດ ​ເພື່ອ​ຫັນປ່ຽນການ​ສ້າງ​ໂຄງ​ປະກອບ​ຜົນລະປູກ​ຄືນ​ໃໝ່, ກໍ່​ສ້າງ​ຊົນນະບົດ​ໃໝ່, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ການ​ບໍລິການ​ -​ກະສິກຳ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ທ່າ​ເຕີບ​ໂຕ​ທີ່​ໜ້າ​ປະ​ທັບ​ໃຈໃນ​ປີ​ 2014 ພ້ອມ​ກັບ​ຄວາມ​ສາມັກຄີ, ​ເຫັນ​ດີ​ເຫັນ​ພ້ອມ​ສູງ, ​ໃນ​ໄລຍະ​ຈະ​ມາ​ເຖິງ​ແຂວງ​ຮ່າ​ນາມ ຈະ​ບືນ​ຕົວ​ຂຶ້ນ​​ເພື່ອພັດທະນາ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ລະດົມ​ກຳລັງ​ໃຈ​ຢ່າງ​ແຮງ​ຂອງຂັ້ນ​ສູນ​ກາງ​ທີ່​ສະຫງວນ​ໃຫ້​ແຂວງ​ຮ່າ​ນາມ.

     ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ກອງ​ໄຂ​ງານ​ບຸນ​ວັດ ບ໋າ​ຍດິ໋ງ, ​ແຂວງ​ນິງບິ່ງ.


ຂ່າວ/ບົດ​ອື່ນ