ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີມອບ ຫຼຽນໄຊເອກະລາດ ຊັ້ນ 2 ໃຫ້ໂຮງໝໍ C ດ່ານັ້ງ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີມອບ ຫຼຽນໄຊເອກະລາດ ຊັ້ນ 2 ໃຫ້ໂຮງໝໍ C ດ່ານັ້ງ - ảnh 1
(ພິທີ​ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 2)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/02, ຢູ່​ດ່າ​ນັ້ງ, ໂຮງ​ໝໍ C ດ່າ​ນັ້ງ - ຂຶ້ນ​ກັບກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ທ່ານ​ໝໍ​ຫວຽດນາມ (27/07), ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 2 ​ແລະ ​ເປີດ​ນຳ​ເຂົ້າ​ໃຊ້​ການຕຶກອາຄານ​ບິນ​ປົວພະຍາດຫຼາຍ​ຂະ​ແໜງ 11 ຊັ້ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ ຖັນ​ແຖວ​ພະນັກງານ​​ແພດ​ໝໍ​ຂະ​ແໜງ​ສາທາລະນະ​ສຸກ​ເວົ້າ​ລວ​ມ ​ແລະ ​ໂຮງ​ໝໍ C ດ່າ​ນັ້ງ ​ເວົ້າ​ສະ​ເພາະ ຕ້ອງ​ສູ້​ຊົນ​ຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ ​ແລະ ຄຸນສົມບັດ. ທ່ານ​ກ່າວ​ວ່າ.

  “​ໃນ​ເງື່ອນ​ໄຂຖັນ​ແຖວແພດ​ໝໍຍັງ​ຂາດ​​ແຄມ​ເມື່ອ​ທຽ​ບໃສ່​ຄວາມ​ຕ້ອງການ, ​ເງື່ອນ​ໄຂ​ຍັງ​ຫຍຸ້ງຍາກ, ຖັນ​ແຖວແພດ​ໝໍຕ້ອງ​ມານະ​ພະຍາຍາມ​ເຮັດ​ວຽກ​ເປັນ​ຢ່າງ​ດີກ​ວ່າ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ, ສິ່ງທີ່​ຈຳ​ເປັນ​ນັ້ນ​ແມ່ນ​ກວດ, ປິ່ນປົວ​ພະຍາດ​ຢ່າງ​ທັນ​ການ, ​ເພື່ອ​ຈຳກັດ​ອັດຕາ​ການ​ຕາຍ, ພະຍາກ​ຮຸນ​ແຮງ, ພະຍາດ​ຕິດ​ແປດ​ທີ່​ພວມ​ແມ່ນ​ບັນຫາ​ໃຫຍ່​ຂອງ​ໂລກ. ພິ​ເສດ, ສຳລັບ​ໂຮງ​ໝໍ​ຂອງ​ພວກ​ເຮົາຕ້ອງ​ປະຕິບັດບັນດາ​ນະ​ໂຍບາຍກວດ, ປິ່ນປົວ​ພະຍາດ​ສຳລັບ​ຜູ້​ໄດ້ອອກພັກ​ກິນ​ເບ້ຍ​ບຳນານ, ພະນັກງານ​ຂັ້ນກາງ, ຂັ້ນ​ສູງ ​ແລະ ປະຊາຊົນ​ເປັນ​ຢ່າງ​ດີກ​ວ່າ​ອີກ”.

ຂ່າວ/ບົດ​ອື່ນ