ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກົມໃຫຍ່ປ້ອງກັນຄວາມສະຫງົບເລກ 2

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກົມໃຫຍ່ປ້ອງກັນຄວາມສະຫງົບເລກ 2 - ảnh 1
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກົມໃຫຍ່ປ້ອງກັນຄວາມສະຫງົບເລກ 2
(ພາບ: Doãn Tấn/ສຳນັກຂ່າວສານຫວຽດນາມ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 31/1, ​ເມືອ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ​ເລກ 2 ຂຶ້ນ​ກັບ ກະຊວງ​ຕຳຫຼວດຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ເຊິ່ງພະນັກງານ, ນັກຮົບ​ກຳລັງ​ຕຳຫຼວດ​ຕ້ານ​ອາດຊະຍາ​ກຳ​ເສດຖະກິດ​ທີ່​ບັນລຸ​ໄດ້​ໃນ​ປີຜ່ານມາ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່ຊີ້​ແຈ້ງວ່າ: ປີ 2013, ສະພາບ​ເສດຖະກິດ, ພາກ​ພື້ນ​ຍັງ​ມີ​ການ​ຫັນປ່ຽນ​ຢ່າງສັບສົນ. ​ເພື່ອ​ປະຕິບັດ​ໜ້າ​ທີ່, ວຽກ​ງານ​ທີ່​ໄດ້​ມອບ​ໝາຍ​ໃຫ້​ຢ່າງ​ມີ​ໄຊ, ຮຽກຮ້ອງ​ໃຫ້​ພະນັກງານ, ນັກຮົບ​ທຸກ​ຄົນ​ຂອງ​ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ​ເລກ 2 ​ເວົ້າ​ລວມ ​ແລະ ພະນັກງານ, ນັກຮົບ​ກຳລັງຕຳຫຼວດ​ຕ້ານ​ອາດຊະຍາ​ກຳ​ເສດຖະກິດ ​ເວົ້າ​ສະ​ເພາະ​ຄວນ​ຊາບ​ຊຶມ, ປະຕິບັດ​ຢ່າງ​ເຂັ້ມ​ງວດ​ບັນດາ​ແຜນ​ນະ​ໂຍບາຍ​ຂ​ອງພັກ, ລັດ ທີ່​ມີ​ຕໍ່​ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ໃນ​ສະພາບ​ການ​ໃໝ່. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຄວນ​ເປັນ​ເຈົ້າ​ການ​ກຳ​ແໜ້ນ, ​ໄຈ້ແຍ​ກ ​ແລະ ຄາດ​ຄະ​ເນ​ສະພາບ​ການ​, ​ເປັນ​ເສນາ​ທິການ​ຢ່າງ​ທັນ​ການ, ສະ​ເໜີ, ສົມ​ທົບ​ ​ແລະ ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​​ແຫ່ງຊາດ, ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະກັດ​ກັ້ນ, ຕໍ່ສູ້​ທັບ​ມ້າງ​ທຸກໆ​ກົນອຸບາຍ, ການ​ເຄື່ອນ​ໄຫວ “ການ​ຜັນ​ແປ່​ສັນຕິພາບ” ຂອງ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​. ​ເອົາ​ໃຈ​ໃສ່​ເຖິງ​ວຽກງານ​ເປັນ​ເສນາ​ທິການ, ຮັບ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​​ເສດຖະກິດຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນຊີວິດ​ສັງຄົມ ​ແລະ ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຮັບປະກັນ​ສະຫວັດດີ​ການ​ສັງຄົມ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ