ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບຄະນະພັກການທະຫານສູນກາງ ກ່ຽວກັບການປະຕິຮູບຕຸລາການ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບຄະນະພັກການທະຫານສູນກາງ ກ່ຽວກັບການປະຕິຮູບຕຸລາການ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
ເຮັດ​ວຽກ​ກັບ​ຄະນະ​ພັກການທະຫານ​ສູນ​ກາງ)


(vovworld) – ຕອນ​ເຊົ້າ​ວັນ​ທີ 19/08, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ​ເປ​ັນຫົວ​ຫນ້າ​ຄະນະ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບຄະນະ​ພັກການທະຫານ​ສູນ​ກາງ ກ່ຽວ​ກັບສະພາບ​ການຊາບ​ຊຶມ, ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ສະຫຼຸບ​ເລກທີ 92 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບ​ຕຸລາ​ການ​ຮອດ​ປີ 2020 ​ໃນ​ກອງທັບ. ກ່າວຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ຄະນະ​ພັກການທະຫານ​ສູນ​ກາງ ຕ້ອງ​ສຸ​ມໃສ່​ຜັນ​ຂະຫຍາຍ​ຂໍ້​ສະຫຼຸບ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ກໍ່ສ້າງບັນດາອົງການສືບສວນໃນກອງທັບໃຫ້ກະທັດລັດ, ບ່ອນ​ໃດ​ບໍ່​ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ປັບປຸງ​ໃຫ້​ເໝາະ​ສົມ​ກັບ​ທິດ​ທາງ​ລວມ, ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ສືບສວນ​ຄະດີອາຍາຢູ່​ບັນດາ​ເຂດ​ທະຫານ ​ແລະ ​ເຂດ​ຮ່າ​ໂນ້ຍ. ພ້ອມ​ທັງ​ປັບປຸງ​ສິດ​ສືບສວນ​ໃຫ້​ສອດຄ່ອງ​ກັບ​ສິດ​ພິພາກສາຂອງ​ສານ​ການທະ​ຫານຕາມ​ຮູບ​ແບບ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ