ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ດັກລັກ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ດັກລັກ - ảnh 1

ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຮັດ​ວຽກ​ຢູ່​ແຂວງ ດັກ​ລັກ

(ພາບ: VGP/Lê Sơn)

(vovworld) – ​​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ໄຕ​ງວຽນ, ຕອນ​ເຊົ້າ​ວັນ​ທີ 18/9, ຄະ​ນະ​ປະຕິບັດ​ງານ​ລັດຖະບານ​ໂດ​ຍທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າມີ​ການ​ເຮັ​ດວຽກ​ກັບ​ການ​ນຳ​​ແຂ​ວງ ດັກ​ລັກ​ກ່ຽວ​ກັບ​ສະພາບ​​ພັດທະນາ​ເສດຖະກິດ - ສັງຄົມ​​ໃນ 9 ເດືອນ, ສະພາບ​ປ້ອງ​ກັນ, ຕ້ານ HIV/AIDS, ​ໂສ​ເພນີ, ອາດຊະຍາ​ກຳ, ຢາ​ເສບ​ຕິດ ​ແລະ ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ.

    ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ ດັກ​ລັກ ​ເພີ່ມ​ທະວີ​ວຽກ​ງານ​ຊົນ​ເຜົ່າ​ກ່ວາ​ອີກ, ​ໃນ​ນັ້ນ, ​ສຸ​ມ​ໃສ່​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມ​ທຸກ​ຍາກ. ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ຕ້ອງ​ມີ​ມາ​ດຕະການ​ຢ່າງ​ຂັນ​ແຂງ, ຮອບດ້ານ​ເພື່ອ​ຕ້ານ​ສະພາບ​ຮົ່ວ​ໄຫລ​ອາກອນ​, ພ້ອມ​ທັງ​ປະຢັດ​ລາຍ​ຈ່າຍ, ​ແກ້​ໄຂ​ຄວາມ​ຫຍຸງ​ຍາກ​ໃຫ້​ແກ່​ວິ​ສາ​ຫະກິດ. ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ​ໂສ​ເພນີ, HIV/AIDS ຕ້ອງ​ຕີ​ລາຄາ​ຢ່າງ​ຄົບ​ຖ້ວຍ​ກ່ວາ, ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ​ກ່ວາ, ກໍ່​ຄື​ຍູ້​ແຮງການ​ຮ່ວມ​ມື​ກັບ ກຳປູ​ເຈຍ, ຄຸມ​ຄອງ​ການ​ເຂົ້າ​ - ອອກ​ເມືອງຢ່າງ​ແໜ້ນ​ແຟ້ນ, ກຳ​ແໜ້ນ​ສະພາບ​ການ, ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ​ບັນດາ​ສະພາບ​ການ​ບໍ່​ດີທີ່​ອາດ​ຈະ​ເກີດ​ຂຶ້ນ.

 

ຂ່າວ/ບົດ​ອື່ນ