ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງຮ່າຕິ້ງ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງຮ່າຕິ້ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຢ້ຽມຢາມເຂດ​ເສດຖະກິດ ຫວູ້ງອ໋າງ
(ພາບ: baomoi.com)


(vovworld) – ຕອນ​ບ່າຍ​ວັນ​ທີ 03/09, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ລັດຖະບານ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ຮ່າ​ຕິ້ງ ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມຂອງ​ແຂວງ, ວຽກ​ງານ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ, ປ້ອງ​ກັນ​ຕ້ານ​ການ​ຄ້າຂາຍ​ເຖື່ອນ ​ແລະ ສໍ້​ໂກງ​ການ​ຄ້າ, ຮັບປ​ະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ​ຮ່າ​ຕິ້ງ ຄວນ​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ​ການວາງ​ແຜນຜັງ​ໃຫ້​ລະອຽດ ​ແລະ ສົມບູນ​ແບບ ຍົກ​ສູງ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຊີ້​ນຳ; ​ເອົາ​ໃຈ​ໃສ່​ພັດທະນາ​ແລວ​ເສດ​ຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ, ​ແຂວງ​ຕ້ອງ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ, ໝັ້ນ​ຄົງ ​ເຊິ່ງຈຸດ​ສຸມ​ແມ່ນ​ເຂດ​ເສດຖະກິດ ຫວູ້ງອ໋າງ; ຍູ້​ແຮງ​ລະດັບ​​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່. ​ແຂວງ​ຕ້ອງ​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ບັນດາ​ກິດຈະກຳ, ​ໂຄງການ​ຈຸດ​ສຸມ​ໃນ​ບໍລິ​ເວນ. ບັນດາ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ, ພາສີ ຕ້ອງ​ມີ​ມາດ​ຕະການ​ຢ່າງ​ຂ້ຽວຂາດ​ກວ່າ ​ເພື່ອ​ສະ​ກັດ​ກັ້ນ​ສະພາບການຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ, ​ພິ​ເສດ​ແມ່ນ​ບັນຫາ​ຢາ​ເສບ​ຕິດ, ​ຮັດ​ແໜ້ນ​ວຽກ​ງານ​ຄຸ້ມ​ຄອງ​ຕະຫຼາດ.

   ກ່​ອນໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ ​ໄດ້​ລົງ​​ກວດກາຕົວ​ຈິງ​ຢູ່​ໂຄງການ​​ເຂດ​ປະສົມ​ເຫຼັກ​ຂາງ​ເຫຼັກກ້າ ​ແລະ ທ່າ​ກຳ​ປັ່ນ​ນ້ຳ​ເລິກ ​ເຊີນ​ເຢືອງ Formosa ​ເມືອງ​ ກີ​ແອ​ງ.

ຂ່າວ/ບົດ​ອື່ນ