ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບເຈົ້າຟ້າຊາຍ ອັງກິດ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບເຈົ້າຟ້າຊາຍ ອັງກິດ - ảnh 1
ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຕ້ອນຮັບ​ເຈົ້າ​ຟ້າຊາຍ ອັງກິດ
(ພາບ: VGP/Từ Lương)

(​vovworld) – ຫວຽດນາມ ປາດ​ຖະໜາ​ວ່າ: ລາຊະ​ອານາຈັກ ​ແລະ ລັດຖະບານ ອັງກິດ ຈະສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກ່ວາ​ອີກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ອັງກິ​ດສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​​ເຈົ້າ​ຟ້າຊາຍ ອັງ​ກິດ Andrew, ພວມ​ຢູ່​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ​ເນື່ອງ​​ໃນ​ໂອກາດ 2 ປະ​ເທດ​ພວມ​ມິ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ​ຕອນ​ບ່າຍ​ວັນ​ທີ 24/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ຫວຽ​ດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດ ອັງກິດ​ລົງທຶນ ​ຍາວ​ນານ ​ແລະ ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ. ສ່ວນ​ເຈົ້າ​ຟ້າຊາຍ Andrew ຕີ​ລາຄາ​ສູງ ​ເລື່ອງ ຫວຽດນາມ ຕັ້ງໜ້າ​ສົມທົບ​ກັບ ອັງກິດ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ແທ​ດຈິງຕ່າງໆ​ ​ເນື່ອງ​​ໃນ​ໂອກາດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ, ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ, ການ​ສຶກສາ ​ແລະ ບັນດາ​ຂົງ​ເຂດ​ທີ່​ທັງ 2 ຝ່າຍ​ຕ່າງ​ມີ​ທ່າ​ແຮງ.

ຂ່າວ/ບົດ​ອື່ນ