ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມ ສະຫະພັນລັດເຊຍ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມ ສະຫະພັນລັດເຊຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ
ແລະ ບັນດາ​ນັກຮົບ​ເກົ່າ​ລັດ​ເຊຍ ທີ່​ເຄີຍ​ຊ່ວຍ​ເຫຼືອ​ຫວຽດນາມ
(ພາບ: chinhphu.vn)


(vovworld) - ​​​ໂດຍເລີ່​ມຕົ້ນ​ການ​​​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ສະຫະພັນ​ລັດ​ເຊຍ, ວັນ​ທີ 15 ກັນຍາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ​ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ ​ແລະ ບັນດາ​ນັກຮົບ​ເກົ່າ​ລັດ​ເຊຍ ທີ່​ເຄີຍ​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ໄລຍະ​ຕໍ່ຕ້ານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ ຍາມ​ໃດປະຊາ​ຊົນ​ຫວຽດນາມ ກໍ່​ຈົດ​ຈຳ, ​ຮູ້​ບຸ​ນຄຸນຕໍ່​ການ​ສະໜັບສະໜູນ ​ເຊິ່ງປະຊາ​ຊົນ​ລັດ​ເຊຍ ​ໄດ້ສະຫງວນ​ໃຫ​້ປະຊາ​ຊົນ​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົກ​ປັກ​ຮັກສາ​ພື້ນຖານ​ເອກະ​ລາດ, ​ເສລີພາບ​, ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ ຈະ​ສືບ​ຕໍ່​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ເພື່ອ​ປະຕິບັດ​ບົດບາດ​ເປັນ​ຂົວ​ເ​ຊື່​ອມຕໍ່​ມິດຕະພາບ​ລະຫວ່າງ​ລັດ​ເຊຍ - ຫວຽດນາມ ​ເປັນ​ຢ່າງ​ດີ. ກອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຖະຫວາຍ​ດອກ​​ໄມ້​ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ ຢູ່​ສະໜາມ​ຫຼວງ​ທີ່​ໃສ່​ຊື່​ຂອງ​ເພີ່ນ ທີ່​ນະຄອນຫຼວງ​ມົດສກູ, ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ