ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ - ảnh 1
ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ທ້ຽນ​ເຍີນ
ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສ.​ເກົາຫຼີ
(ພາບ: TTXVN)


(vovworld) - ​ ຕອນ​ເຊົ້າ​ວັນ​ທີ 28 ສິງຫາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ເຊີ​ອູນ ກັບ​ເມື່ອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສ.​ເກົາຫຼີ ​ໃນ​ລະຫວ່າງ​ວັນ​ທີ 26 – 28 ສິງຫາ ຢ່າງ​ຈົບງາມ, ຕາມ​ຄຳ​ເຊີນ​ຂອງລັດຖະບານ​ສ.​ເກົາຫຼີ. ​ໃນ​ການ​ຢ້ຽມຢາມ, ທີ່​ບັນດາ​ການ​​ເຮັດ​ວຽກ​ກັບ​ລັດຖະມົນຕີ​ບາງ​ກະຊວງ, ຂະ​ແໜງ​ການ, ກຸ່ມ​ບໍລິສັດ​ເສດຖະກິດ​ຂອງ​ສ.​ເກົາຫຼີ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສຸມ​ໃສ່​ແລກປ່ຽນບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນຮ່ວມ​ມື​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ໃນ​ບັນດາ​ຂົງ​ເຂດ​ແຮງ​ງານ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ​ເຊິ່ງຕາມ​ນັ້ນ​ແລ້ວ, 2 ຝ່າຍ​​ໄດ້ເຫັນ​ດີ​ຈະ​ຕັ້ງໜ້າ​ຮ່ວມ​ມື​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ເຂັ້ມ​ແຂງ ​ໃນ​ໄລຍະ​ຈະ​ມາ​ເຖິງ​; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ກະກຽ​ມ​ໃຫ້ການ​ຢ້ຽມຢາມ​ຫວຽດນາມ ​ໃນ​ເດືອນ​ກັນຍາ ຈະ​ມາ​ເຖິງ​ຂອງ​ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Pak Geun Hye ​ເປັນ​ຢ່າງ​ດີ. ຝ່າຍ​ສ.​ເກົາຫຼີ ​ໄດ້ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ສ.​ເກົາຫຼີ ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ແລະ ຖື​ວ່າ ນີ້​ແມ່ນ​ການ​ກະກຽມ​ອັນ​ແທດ​ຈິງ​ໃຫ້​ແກ່​ບັນດາບາດກ້າວ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ​​ໂດຍ​ສະ​ເພາະ​ແມ່ນ​ເນື່ອງ​ໃນ​ໂອກາດ​​ປະທານາທິບໍດີ​ສ.​ເກົາຫຼີ ມາ​ຢ້ຽມຢາມ​ຫວຽດນາມ.

        ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ສ.​ເກົາຫຼີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ຫ້ອງການ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ຢູ່​ ສ.​ເກົາຫຼີ; ​ເປັນ​ສັກ​ຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​​ໂຮງຮຽນວິທະຍາ​ໄລ​ວິຊາ​ຊີບ​ອຸດສາຫະກຳ​ຮ່າ​ໂນ້ຍ, ວິທະຍາ​ໄລ​​ເຕັກ​ໂນ​ໂລ​ຊີ​ສູງ​ຮ່າ​ໂນ້ຍ ​ແລະ ວິທະຍາ​ໄລ​​ເຕັກນິກ ​ເຕັກ​ໂນ​ໂລ​ຊີ​ນະຄອນ​ໂຮ່ຈິ​ມິນ ກັບ​ມະຫາວິທະຍາ​ໄລ Osan ຂອງ​ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ